ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

10 ຄົນເສຍຊີວິດ ໃນການໂຈມຕີ ຂະບວນລົດເນໂຕ້ ທີ່ກຸງຄາບູລ


ທະຫານອະເມຣິກັນ ເຂົ້າຄວບຄຸມບໍລິເວນ ທີ່ມີການໂຈມຕີດ້ວຍລົດລະເບີດ ສະລະຊີບ ທີ່ນະຄອນຫຼວງກາບູລ (29 ຕຸລາ 2011)
ທະຫານອະເມຣິກັນ ເຂົ້າຄວບຄຸມບໍລິເວນ ທີ່ມີການໂຈມຕີດ້ວຍລົດລະເບີດ ສະລະຊີບ ທີ່ນະຄອນຫຼວງກາບູລ (29 ຕຸລາ 2011)

ເຈົ້າໜ້າທີ່ອັຟການິສຖານກ່າວວ່າ ການໂຈມຕີດ້ວຍລົດລະເບີດສະລະຊີບຕໍ່ຂະບວນລົດຂອງ
ທະຫານຕ່າງປະເທດໃນນະຄອນຫຼວງກາບູລເຮັດໃຫ້ມີຜູ້ເສຍຊີວິດຫຼາຍເຖິງ 10 ຄົນ.

ເຈົ້າໜ້າທີ່ເວົ້າວ່າ ຜູ້ໂຈມຕີໄດ້ແນເປົ້າໃສ່ລົດບັດຂອງອົງການເນໂຕ້ໃນວັນເສົາມື້ນີ້ທີ່ຄຸ້ມ Da-
rulaman.

ໂຄສົກຂອງກະຊວງພາຍໃນອັຟການິສຖານ ກ່າວວ່າ ພວກເສຍຊີວິດແມ່ນຮວມທັງພົນລະ
ເຮືອນ 3 ຄົນແລະຕຳຫຼວດຄົນນຶ່ງ.

ຖະແຫຼງຂ່າວສະບັບນຶ່ງຂອງອົງການເນໂຕ້ເວົ້າວ່າ ລາຍງານໃນຂັ້ນຕົ້ນສະແດງໃຫ້ເຫັນວ່າ
ມີການບາດເຈັບລົ້ມຕາຍຫຼາຍໆຄົນໃນໝູ່ທະຫານເນໂຕ້ແລະທະຫານອັຟການິສຖານ.

ໃນເຫດຮ້າຍຢູ່ອີກບ່ອນນຶ່ງທາງພາກໃຕ້ອັຟການິສຖານໃນວັນເສົາມື້ນີ້ ອົງການເນໂຕ້ເວົ້າ
ວ່າ ທະຫານຂອງຕົນ 2 ຄົນໄດ້ເສຍຊີວິດ ເວລາຄົນຜູ້ນຶ່ງທີ່ແຕ່ງຕົວໃສ່ເຄື່ອງແບບທະຫານ ກອງທັບແຫ່ງຊາດອັຟການິສຖານ ໄດ້ຫັນປາຍປືນ ຍິງໃສ່ທະຫານອັຟການິສຖານແລະກຳ
ລັງປະສົມນາໆຊາດ.

ກຸ່ມພັນທະມິດເນໂຕ້ເວົ້າວ່າ ມືປືນຄົນນີ້ໄດ້ຖືກຂ້າຕາຍຢູ່ໃນເຫດຮ້າຍດັ່ງກ່າວ.

ຂະນະດຽວກັນເຈົ້າໜ້າທີ່ກ່າວວ່າ ຜູ້ໂຈມຕີສະລະຊີບແມ່ຍິງໃນພາກຕາເວັນອອກອັຟກາ
ນິສຖານໄດ້ບີບຄະນວນລະເບີດໃຫ້ແຕກຂຶ້ນຢູ່ນອກຫ້ອງການສືບລັບອັຟການິສຖານໃນ
ເຂດທ້ອງຖິ່ນ.

ເຈົ້າໜ້າທີ່ເວົ້າວ່າແມ່ຍິງຜູ້ນີ້ໄດ້ແນເປົ້າໃນການໂຈມຕີໃສ່ສຳນັກງານຮັກສາຄວາມໝັ້ນຄົງ
ແຫ່ງຊາດທີ່ເມືອງ Asadabad ໃນແຂວງ Kunar ໃນວັນເສົາມື້ນີ້.

ອົງການຂ່າວຝຣັ່ງລາຍງານວ່າ ມີຍາມ 2 ຄົນໄດ້ຮັບບາດເຈັບໃນການໂຈມຕີດັ່ງກ່າວ.

XS
SM
MD
LG