ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຮຸນແຮງ ໃນ ອັຟການິສຖານ


ເຈົ້າໜ້າທີ່ ຂອງອົງການເນໂຕ້ ກ່າວວ່າ ທະຫານ ອັຟການິສຖານ ແລະກຳລັງນາໆຊາດ ໄດ້ຂັບໄລ່ ການບຸກໂຈມຕີ ສະໜາມບິນແຫ່ງນຶ່ງ ຂອງພວກກະບົດ ໃນພາກຕາເວັນອອກ ຂອງອັຟການິສຖານ.

ພວກຫົວຮຸນແຮງ ທາລີບານ ໄດ້ບຸກໂຈມຕີ ສະໜາມບິນເມືອງ JALALABAD ໃນຕອນເຊົ້າ ຂອງວັນພຸດມື້ນີ້ ໂດຍໄດ້ບີບ ຄະນວນລະເບີດ ທີ່ຫ້າງໃສ່ລົດ ໃຫ້ແຕກຂຶ້ນ ແລະຍິງລະເບີດມື RPG ໂຈມຕີ.

ຖະແຫຼງຂ່າວ ສະບັບນຶ່ງ ຂອງອົງການເນໂຕ້ ເວົ້າວ່າ ພວກທະຫານ ສາມາດຕ້ານຢັນ ບໍ່ໃຫ້ພວກກະບົດ ເຂົ້າໄປໃນຄ້າຍໄດ້. ເຈົ້າໜ້າທີ່ເວົ້າວ່າ ພວກກະບົດຫຼາຍຄົນ ໄດ້ຖືກຂ້າຕາຍ ໃນການໂຈມຕີຄັ້ງນີ້ ແຕ່ປາກົດວ່າ ບໍ່ມີທະຫານ ຂອງອົງການເນໂຕ້ ແລະພົລເຮືອນ ໄດ້ຮັບບາດເຈັບລົ້ມຕາຍ ແຕ່ປະການໃດ.

ພວກກະບົດ ທາລີບານ ໃນອັຟການິສຖານ ໄດ້ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີຄັ້ງນີ້.

ໃນອີກດ້ານນຶ່ງນັ້ນ ອົງການ ໃຫ້ຄວາມຊ່ອຍເຫລືອ ຂອງສະຫະປະຊາຊາດ ໃນອັຟການິສຖານ ກ່າວວ່າ ພະນັກງານຄົນນຶ່ງ ຂອງຕົນ ໄດ້ເສຍຊີວິດ ໃນການໂຈມຕີ ໃນມື້ວານນີ້.

ອົງການ ສະຫະປະຊາຊາດ ກ່າວວ່າ ລົດຄັນນຶ່ງຂອງຕົນ ທີ່ມີພະນັກງານ ຊາວອັຟການິສຖານ 2 ຄົນ ຂີ່ໄປນັ້ນ ໄດ້ຖືກໂຈມຕີ ທີ່ວົງວຽນແຫ່ງນຶ່ງ ແອອັດໄປດ້ວຍ ການສັນຈອນ ໃນນະຄອນຫຼວງ ກາບູລ. ສ່ວນພະນັກງານ ອີກຄົນນຶ່ງ ປອດໄພ.

XS
SM
MD
LG