ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄວາມຮຸນແຮງ ໃນ ອັຟການິສຖານ


ແຜນທີ່ ອັຟການິສຖານ
ແຜນທີ່ ອັຟການິສຖານ

ມີທະຫານຕ່າງປະເທດ 3 ຄົນ ເສຍຊີວິດ ໃນການໂຈມຕີ 2 ຄັ້ງ ຢູ່ໃນອັຟການິສຖານ.

ຖະແຫຼງຂ່າວ ຂອງອົງການເນໂຕ້ ທີ່ນຳອອກເຜີີຍແຜ່ ໃນວັນສຸກມື້ນີ້ແຈ້ງວ່າ ທະຫານທັງ 3 ຄົນ ເສຍຊີວິດ ໃນວັນພະຫັດວານນີ້ ອັນເປັນຜົນ ເນື່ອງມາຈາກການໂຈມ ຕີດ້ວຍລະເບີດແຄມທາງ ຫຼື IED ຢູ່ໃນພາກໃຕ້ ຂອງອັຟ ການິສຖານ.

ຖະແຫຼງຂ່າວ ບໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບສັນຊາດ ຂອງ ພວກທະຫານທັງ 3.

ແຕ່ແນວໃດກໍຕາມ ອົງການຂ່າວເອພີເວົ້າວ່າ ຜູ້ເຄາະຮ້າຍທັງ 3 ເປັນຄົນອະເມຣິກັນ ຊຶ່ງເຮັດໃຫ້ ໂຕເລກທະຫານອະເມຣິກັນ ເສຍຊີວິດ ເພີ້ມຂຶ້ນເປັນ 63 ຄົນ ໃນເດືອນ ກໍລະກົດ ຊຶ່ງເປັນເດືອນ ທີ່ມີການເສຍຊີວິດ ຫຼາຍທີ່ສຸດ ສຳລັບທະຫານ ອະເມຣິກັນ ຢູ່ໃນອັຟການິສຖານ ມາຮອດປັດຈຸບັນ.

ໃນວັນພະຫັດວານນີ້ ເຈົ້າໜ້າທີ່ສະຫະລັດ ແລະອັຟການິສຖານ ໄດ້ປະກາດວ່າ ສົບຂອງທະຫານເຮືອ ອະເມຣິກັນຄົນທີ 2 ທີ່ຫາຍສາບສູນໄປ ໃນພາກຕາເວັນອອກ ອັຟການິສຖານນັ້ນ ໄດ້ຖືກພົບເຫັນແລ້ວ.

ມີລາຍງານວ່າ ທະຫານເຮືອທັງສອງ ໄດ້ຫາຍສາບສູນໄປ ໃນວັນທີ 23 ກໍລະກົດ ຫຼັງຈາກ ໄດ້ເຂົ້າໄປໃນເຂດນຶ່ງຂອງແຂວງ LOGAR ຊຶ່ງຮູ້ກັນດີວ່າ ເປັນເຂດທີ່ໝັ້ນຂອງພວກກະບົດ. ສົບຂອງທະຫານເຮືອ ອະເມຣິກັນ ອີກຄົນນຶ່ງ ໄດ້ຖືກພົບເຫັນ ໃນມື້ວັນອາທິດຜ່ານມາ.

XS
SM
MD
LG