ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄວາມຮຸນແຮງ ໃນ ອັຟການິສຖານ


ເຄື່ອງໝາຍ ຂອງອົງການເນໂຕ້
ເຄື່ອງໝາຍ ຂອງອົງການເນໂຕ້

ກຳລັງອົງການເນໂຕ້ ໃນອັຟການິສຖານ ກ່າວວ່າ ພວກ ຫົວຮຸນແຮງ ໄດ້ຕັດຫົວຕຳຫຼວດ ອັຟການິສຖານ 6 ຄົນ ຢູ່ໃນພາກເໜືອ ຂອງປະເທດ.

ໃນຖະແຫຼງຂ່າວ ທີ່ນຳອອກເຜີຍແຜ່ ໃນວັນພຸດມື້ນີ້ ອົງການເນໂຕ້ ກ່າວວ່າ ການຕັດຫົວ ທີ່ວ່ານີ້ ມີຂຶ້ນໃນ ວັນອັງຄານວານນີ້ ລະຫວ່າງ ການບຸກໂຈມຕີ ໂຮງຮຽນ ຄລີນິກ ແລະໂຮງການ ລັດຖະບານທ້ອງຖິ່ນ ທີ່ເມືອງ DAHANAH YEGHORI ໃນແຂວງ BAGHLAN.

ເນໂຕ້ກ່າວວ່າ ຕຳຫຼວດ ສາມາດຂັບໄລ່ ການບຸກໂຈມຕີ ຂອງພວກກະບົດ ໄດ້ຢ່າງສຳເລັດຜົນ ແຕ່ໃນລະຫວ່າງ ການໂຈມຕີນັ້ນ ພວກກະບົດ ໄດ້ເຂົ້າຢຶດ ດ່ານກວດແຫ່ງນຶ່ງ ຂອງຕຳຫຼວດ ແລະສັງຫານ ພວກຕຳຫຼວດເຫຼົ່ານີ້. ອົງການເນໂຕ້ ປະນາມເຫດຮ້າຍ ໃນຄັ້ງນີ້ວ່າ ເປັນການກະທຳ ທີ່ໂຫດຮ້າຍ ແລະ ປ່າເຖື່ອນ.

ໃນອີກດ້ານນຶ່ງນັ້ນ ໃນວັນພຸດມື້ນີ້ ກະຊວງປ້ອງກັນປະເທດ ຂອງອັຟການິສຖານ ກ່າວວ່າ ການຜິດຖຽງກັນ ພາໃຫ້ທະຫານ ອັຟການິສຖານຄົນນຶ່ງ ຍິງສັງຫານຄູຝຶກ ພົນລະເຮືອນ ສະຫະລັດ 2 ຄົນ ທີ່ຄ້າຍທະຫານ ແຫ່ງນຶ່ງ ໃນວັນອັງຄານວານນີ້.

ກະຊວງປ້ອງກັນປະເທດ ອັຟການິສຖານ ອອກຖະແຫຼງການ ສະບັບນຶ່ງ ເວົ້າວ່າ ທະຫານອັຟການິສຖານ ຍິງຄູຝຶກ ອະເມຣິກັນທັງສອງ ຫຼັງຈາກ ໄດ້ມີການຖົກຖຽງກັນ ກັບພວກຄູຝຶກ. ມີທະຫານ ອັຟການິສຖານຄົນນຶ່ງ ເສຍຊີວິດ ຍ້ອນຖືກລູກຫຼົງ ແລະມືປືນ ກໍໄດ້ຖືກຍິງຕາຍ ຄືກັນ.

XS
SM
MD
LG