ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການໂຈມຕີສະລະຊີບ ໃນ ອັຟການິສຖານ


ພວກໂຈມຕີ ສະລະຊີບ ທາລີບານ ໄດ້ສັງຫານ ຢ່າງນ້ອຍ 5 ຄົນແລະເຮັດໃຫ້ອີກ 20 ຄົນບາດເຈັບ ໃນການໂຈມຕີ ບໍລິເວນ ສຳນັກງານ ອົງການຢູເສດ ໃນພາກເໜືອ ອັຟການິສຖານ.

ເຈົ້າແຂວງໆ KUNDUZ ກ່າວວ່າ ຜູ້ໂຈມຕີຄົນນຶ່ງ ໄດ້ບີບຄະນວນລະເບີດ ທີ່ຫ້າງໃສ່ລົດ ຂອງລາວ ໃຫ້ແຕກຂຶ້ນ ໃນບໍລິເວນທາງເຂົ້າ ເພື່ອເປີດໂອກາດ ໃຫ້ພວກນັກລົບ ອີກ 5 ຄົນ ຂອງທາລີບານ ບຸກໂຈມຕີ ສຳນັກງານ ຂອງອົງການ ຢູເສດ ໃນຕອນເຊົ້າມືດ ຂອງວັນສຸກມື້ນີ້.

ພວກເຄາະຮ້າຍ ແມ່ນຮວມທັງຄົນງານ ຊາວອັຟການິສຖານ ຢ່າງນ້ອຍນຶ່ງຄົນ ແລະຊາວຕ່າງປະເທດ ອີກ 2 ຄົນ ຜູ້ນຶ່ງ ເປັນຄົນເຢຍຣະມັນ ແລະອີກຜູ້ນຶ່ງ ເປັນຄົນຟີລິບປິນ.

ຢູ່ທີ່ພາກໃຕ້ ອັຟການິສຖານນັ້ນ ອົງການເນໂຕ້ ກ່າວວ່າ ທະຫານອັຟການິສຖານ ແລະ ກຳລັງນາໆຊາດ ຈັບຜູ້ບັນຊາການ ທາລີບານ ໃນເຂດເມືອງ ແຫ່ງນຶ່ງໄດ້ ຫລັງຈາກ ການສູ້ລົບກັນ ເປັນເວລາ 4 ຊົ່ວໂມງ. ກຸ່ມພັນທະມິດເນໂຕ້ ກ່າວວ່າ ຜູ້ບັນຊາການ ກຸ່ມທາລີບານ ໃນເຂດເມືອງ ZAD ໄດ້ຖືກຈັບ ແລະໄດ້ມີການສັງຫານ ພວກກະບົດ ອີກຫຼາຍຄົນ ໃນລະຫວ່າງ ການປະຕິບັດງານ ໃນເຂດເມືອງ BAGHRAN ທີ່ສອກຫຼີກຫ່າງໄກ ໃນແຂວງ HELMAND ທີ່ຢູ່ໃນພາກໃຕ້ ອັຟການິສຖານນັ້ນ.

XS
SM
MD
LG