ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີອັຟການິສຖານ ໄປຮ່ວມພິທີ ສົ່ງສະການ ນ້ອງຊາຍ (ເບິ່ງວີດີໂອ)


ປະທານາທິບໍດີອັຟການິສຖານ ທ່ານ Hamid Karzai (ກາງ) ໄປຮ່ວມພິທີສົ່ງສະການ ຂອງທ່ານ Ahmad Wali Karzai ນ້ອງຊາຍຕ່າງບິດາຂອງທ່ານ ໃນເຂດເມືອງ Dand ແຂວງການດາຮາໃນພາກໃຕ້ອັຟການິສ
ຖານ (13 ກໍລະກົດ 2011)
ປະທານາທິບໍດີອັຟການິສຖານ ທ່ານ Hamid Karzai (ກາງ) ໄປຮ່ວມພິທີສົ່ງສະການ ຂອງທ່ານ Ahmad Wali Karzai ນ້ອງຊາຍຕ່າງບິດາຂອງທ່ານ ໃນເຂດເມືອງ Dand ແຂວງການດາຮາໃນພາກໃຕ້ອັຟການິສ ຖານ (13 ກໍລະກົດ 2011)

ປະທານາທິບໍດີອັຟການິສຖານທ່ານ Hamia Karzai ໄດ້ໄປຮ່ວມພວກໄວ້ທຸກຫຼາຍພັນຄົນ
ໃນພິທີສົ່ງສະການ ໃຫ້ແກ່ນ້ອງຊາຍຕ່າງບິດາຂອງທ່ານ ນຶ່ງມື້ຫຼັງຈາກຜູ້ກ່ຽວໄດ້ຖືກຍິງຕາຍ
ໂດຍສະມາຊິກຄົນນຶ່ງທີ່ໄດ້ຮັບໃຊ້ມາເປັນເວລາດົນນານໃນກຳລັງຮັກສາຄວາມປອດໄພຂອງ
ທ່ານ.

ປະທານາທິບໍດີ Karzai ໄດ້ຮ້ອງໄຫ້ຢ່າງເປັນການເປີດເຜີຍແລະກົ້ມຈູບໜ້າທ່ານ Ahmad
Wali Karzai ຜູ້ເປັນນ້ອງຊາຍ ໃນລະຫວ່າງພິທີຝັງສົບ ຊຶ່ງໄດ້ມີຂຶ້ນທ່າມກາງການຮັກສາ
ຄວາມປອດໄພຢ່າງເຄັ່ງຄັດ ທີ່ບ້ານ Karz ອັນເປັນບ້ານເກີດຂອງທາງຄອບຄົວ ໃນແຂວງ
ການດາຮາທາງພາກໃຕ້ອັຟການິສຖານ.

ເຈົ້າໜ້າທີ່ກ່າວວ່າ ທ່ານ Gulab Mangal ເຈົ້າແຂວງໆ Helmand ທີ່ຕັ້ງຢູ່ໃກ້ຄຽງນັ້ນ​ໄດ້
ລອດພົ້ນຈາກການໄດ້ຮັບບາດເຈັບຫຼັງຈາກຂະບວນລົດຂອງທ່ານໄດ້ຢຽບລະເບີດແຄມທາງ
ຂະນະທີ່ເດີນທາງໄປຮ່ວມພິທີສົ່ງສະການນັ້ນ.

ທ່ານ Ahmad Wali Karzai ຊຶ່ງເປັນບຸກຄົນທີ່ມີອິດທິພົນຢ່າງເຂັ້ມແຂງຢູ່ໃນເຂດພາກໃຕ້
ອັຟການິສຖານນັ້ນ ໄດ້ຖືກຍິງຕາຍໃນວັນອັງຄານວານນີ້ ທີ່ເຮືອນຂອງທ່ານໃນເມືອງການ
ດາຮາ ໂດຍສະມາຊິກຄົນນຶ່ງຂອງກຳລັງຮັກສາຄວາມປອດໄພທີ່ໄດ້ເຮັດວຽກໃຫ້ແກ່ທ່ານມາ
ເປັນເວລາດົນນານ. ຄົນ​ຮ້າຍທີ່ມີຊື່ວ່ານາຍ Sardar Mohammad ກໍໄດ້ຖືກຍິງຕາຍໂດຍ
ສະມາຊິກຄົນອື່ນໆຂອງກຳລັງຮັກສາຄວາມປອດໄພທ່ານ.

ພວກທາລີບານໄດ້ອ້າງເອົາຄວາມຮັບຜິດຊອບໃນການລອບສັງຫານຄັ້ງນີ້ ແຕ່ເຈົ້າໜ້າທີ່ອັຟ
ການິສຖານກ່າວວ່າຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າການສັງຫານທ່ານ Ahmad Wali Kar-
zai ແມ່ນພົວພັນກັບການກໍ່ກະບົດຫຼືການຜິດຂ້ອງຕ້ອງຖຽງພາຍໃນກັນແທ້.

ຜູ້ບັນຊາການກຳລັງທະຫານສະຫະລັດແລະອົງການເນໂຕ້ໃນອັຟການິສຖານນາຍພົນ Da-
vid Petraeus ໄດ້ປະນາມການຄາດຕະກຳທ່ານ Wali Karzai ແລະເວົ້າວ່າ ກຳລັງ
ຂອງອົງການເນໂຕ້ຈະໃຫ້ການສະໜັບສະໜຸນ ຕໍ່ການດຳເນີນຄວາມພະຍາຍາມຂອງລັດຖະ
ບານອັຟການິສຖານໃນການທີ່ຈະນຳເອົາໂຕພວກ ຮັບຜິດຊອບມາດຳເນີນຄະດີລົງໂທດນັ້ນ.

ນອກນັ້ນລັດຖະບານປະທານາທິບໍດີໂອບາມາຍັງໄດ້ປະນາມການສັງຫານທ່ານ Wali Kar-
zai ໃນການໃຊ້ຄຳເວົ້າທີ່ແຮງສຸດເທົ່າທີ່ສາມາດເວົ້າໄດ້.

XS
SM
MD
LG