ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຫດລົດຕູ້ຢຽບລະເບີດ ຢູ່ອັຟການິສຖານ


ແຜນທີ່ອັຟການິສຖານ
ແຜນທີ່ອັຟການິສຖານ

ລົດຕູ້ນ້ອຍທີ່ແອອັດໄປດ້ວຍຜູ້ຄົນຄັນນຶ່ງໄດ້ແລ່ນໄປຢຽບລະເບີດແຄມທາງທີ່ແຂວງ Hel-
mand ໃນພາກໃຕ້ອັຟການິສຖານ ໃນວັນພະຫັດວານນີ້ ເຮັດໃຫ້ພົນລະເຮືອນ 14 ຄົນ
ເສຍຊີວິດ ຮວມທັງພວກເດັກນ້ອຍ.

ເຈົ້າໜ້າທີ່ໄດ້ຖິ້ມໂທດໃສ່ພວກກະບົດທາລີບານກ່ຽວກັບການໂຈມຕີໃນຄັ້ງນີ້ຊຶ່ງນອກນັ້ນ
ແລ້ວ ຍັງເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ ອີກ 4 ຄົນ.

ເຫດລະເບີດໃນຄັ້ງນີ້ເກີດຂຶ້ນໃກ້ໆເມືອງ Nahr-e Saraj ຂະນະທີ່ລົດຄັນດັ່ງ ກ່າວພວມ
ມຸ່ງໜ້າຕາມທາງຫຼວງ ໄປຫາເມືອງການດາຮາ.

ປະທານາທິບໍດີຮາມິດກາໄຊ ກ່າວກ່ຽວກັບການໂຈມຕີ ໃນຄັ້ງນີ້ວ່າ ໂຫດຮ້າຍປ່າເຖື່ອນ
ແລະໂງ່ເງົ່າ ແລະການເປັນກະທຳ ຂອງພວກສັດຕູຂອງປະຊາຊົນອັຟການິສຖານ.

ອົງການສະຫະປະຊາຊາດກ່າວວ່າ ມີພົນລະເຮືອນ 2,400 ກວ່າຄົນໄດ້ເສຍຊີວິດໃນໄລ
ຍະ 10 ເດືອນທຳອິດຂອງປີນີ້ ແລະໄດ້ຖິ້ມໂທດໃນການເສຍຊີວິດສ່ວນໃຫຍ່ຂອງປະຊາ
ຊົນເຫຼົ່ານີ້ ໃສ່ພວກກະບົດ.

ນອກນັ້ນ ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາໄດ້ກ່າວຊົມເຊີຍເຈົ້າໜ້າທີ່ອົງ
ການຊີໄອເອ 7 ຄົນ ທີ່ເສຍຊີວິດໃນປີກາຍ ໃນວັນພະຫັດວານນີ້ຍ້ອນການໂຈມຕີດ້ວຍ
ລະເບີດສະລະຊີບ ທີ່ເມືອງ Khost ນັ້ນ.

ທ່ານໂອບາມາເອີ້ນ ພວກເຈົ້າໜ້າທີ່ທັງ 7 ວ່າ ເປັນຜູ້ຮັກຊາດ ທີ່ສະແດງໃຫ້ເຫັນເຖິງ
ຄວາມໝາຍອັນແທ້ຈິງຂອງກຽດຕິຍົດ ຊື່ສຽງແລະການເສຍສະລະແບບບໍ່ເຫັນແກ່ໂຕ.

XS
SM
MD
LG