ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານເນໂຕ້ 2 ຄົນ ຖືກຍິງຕາຍ ໃນອັຟການິສຖານ


ແຜນທີ່ອັຟການິສຖານ
ແຜນທີ່ອັຟການິສຖານ

ອົງການ​ເນ​ໂຕ້​ກ່າວ​ວ່າ ຜູ້​ຊາຍ​ຄົນ​ນຶ່ງ​ທີ່​ໃສ່​ເຄື່ອງ​ແບບ​ທະຫານ​ອັຟກາ​ນິສຖານໄດ້​ສັງຫານ
ທະຫານກຳລັງ​ປະສົມ 2 ຄົນທີ່​ປະຈຳການ​ຢູ່​ໃນ​ພາກ​ຕາ​ເວັນ​ອອກຂອງ​ອັຟກາ​ນິສຖານ.

ອົງການ​ເນ​ໂຕ້ ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ຫຍັງ​ຫຼາຍ​ໄປ​ກວ່າ​ນີ້ກ່ຽວ​ກັບ​ເຫດ​ຮ້າຍທີ່​ເກີດຂຶ້ນ​ໃນ
ວັນ​ພະຫັດ​ມື້ນີ້ ມີ​ພຽງ​ແຕ່​ກ່າວ​ວ່າ ບຸກຄົນ​ດັ່ງກ່າວ​ໄດ້​ຫັນ​ປາຍ​ປືນ​ຍິງໃສ່ທະຫານ​ເນ​ໂຕ້ 2
ຄົນແລະ​ກໍ​ໄດ້​ສັງຫານພວກ​ກ່ຽວ.

ບໍ່​ໄດ້​ມີ​ການ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສັນຊາດ​ຂອງ​ພວກ​ທະຫານ​ທີ່​ເສຍ​ຊີວິດ.

ຂະນະ​ດຽວ​ກັນ ຢູ່​ທີ່​ພາກ​ໃຕ້​ອັຟກາ​ນິສຖານ ລະ​ເບີດ​ຝັງ​ດິນລູກ​ນຶ່ງ​ໄດ້​ສັງຫານ​ຕຳຫຼວດ
ອັຟກາ​ນິສຖານ 10 ຄົນ​ໃນ​ວັນ​ພະຫັດ​ມື້ນີ້.

ເຈົ້າໜ້າ​ທີ່​ປະຈຳ​ແຂວງ​ກ່າວ​ວ່າ ຕຳຫຼວດຈຸ​ດັ່ງກ່າວ ​ຫາ​ກໍ​ອອກ​ໄປ​ຈາກ​ສູນ​ຝຶກ​ແອບ​ແລະ​
ພວມ​ກັບ​ເມືອ​ເຮືອນ​ເວລາ​ລົດ​ເຂົາ​ເຈົ້າ​ໄດ້​ຢຽບ​ລະ​ເບີດ​ຝັງ​ດິນ​ລູກ​ນຶ່ງ ທີ່​ເມືອງ Nad Ali ​
ໃນ​ແຂວງ Helmand.

ຕຳຫຼວດທີ່​ຖືກ​ເກນ​ໃໝ່​ແມ່ນ​ຮວມຢູ່​ໃນ​ຈຳນວນ​ພວກ​ທີີ່​ເສຍ​ຊີວິດ. ມີນາ​ຍຕຳຫຼວດຄົນ​ນຶ່ງ​
ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ໂຈມ​ຕີ​ຄັ້ງນີ້.

XS
SM
MD
LG