ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

9 ຄົນເສຍຊີວິດ ໃນການໂຈມຕີສະລະຊີບ ຢູ່ອັຟການິສຖານ


ຄວັນກຳລັງພຸ່ງຂຶ້ນສູ່ທ້ອງຟ້າ ໃນລະຫວ່າງການໂຈມຕີສູນກາງວັດທະນະທຳອັງກິດ ໃນເຂດໃຈກາງນະຄອນຫຼວງ ກາບູລ (19 ສິງຫາ 2011)
ຄວັນກຳລັງພຸ່ງຂຶ້ນສູ່ທ້ອງຟ້າ ໃນລະຫວ່າງການໂຈມຕີສູນກາງວັດທະນະທຳອັງກິດ ໃນເຂດໃຈກາງນະຄອນຫຼວງ ກາບູລ (19 ສິງຫາ 2011)

ເຈົ້າໜ້າທີ່ອັຟການິສຖານກ່າວວ່າ ມີຢ່າງນ້ອຍ 9 ຄົນເສຍຊີວິດໃນວັນສຸກມື້ນີ້ໃນການໂຈມຕີ
ດ້ວຍລະເບີດສະລະຊີບຢ່າງນ້ອຍ 2 ຄັ້ງ ແລະການຍິງຕໍ່ສູ້ກັນທີ່ສູນກາງວັດທະນະທຳອັງກິດ
ໃນນະຄອນຫຼວງກາບູລ.

ສຽງປືນຍັງດັງກ້ອງຢູ່ຕໍ່ມາ ຫຼາຍໆຊົ່ວໂມງລຸນຫຼັງທີ່ການໂຈມຕີດ້ວຍລະເບີດສະລະຊີບເລີ່ມ
ຂຶ້ນ. ນອກນັ້ນຍັງໄດ້ຍິນສຽງລະເບີດແຕກຂຶ້ນຫຼາຍໆຄັ້ງຢູ່ຂ້າງໃນຂອງບໍລິເວນກົງສຸນອັງກິດ.

ແຕ່ແນວໃດກໍຕາມເຈົ້າໜ້າທີ່ກະຊວງການຕ່າງປະເທດອັງກິດທ່ານ Alistair Burt ກ່າວວ່າ ບໍ່ມີຊາວອັງກິດໄດ້ຮັບບາດເຈັບ ແລະທຸກຄົນປອດໄພແລ້ວ ໃນເວລານີ້. ທ່ານກ່າວເຖິງການ
ໂຈມຕີໃນຄັ້ງນີ້ວ່າ ຕໍ່າຊ້າທີ່ສຸດ.

ພວກຕາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີ ຊຶ່ງເກີດຂຶ້ນໃນລະຫວ່າງທີ່
ຊາວອັຟການິສຖານ ພວມພາກັນສະເຫຼີມສະຫຼອງການໄດ້ຮັບເອກກະລາດຈາກປະເທດອັງ
ກິດໃນປີ 1919.

ໃນວັນພະຫັດວານນີ້ ລະເບີດແຄມທາງໄດ້ສັງຫານ 21 ຄົນທີ່ເດີນທາງໄປນຳລົດຕູ້ນ້ອຍຄັນ
ນຶ່ງ ທີ່ແຂວງເຮຣັດ ທາງພາກຕາເວັນຕົກຂອງປະເທດ.

ປະທານາທິບໍດີອັຟການິສຖານ ທ່ານຮາມິດ ກາໄຊ ແລະອົງການເນໂຕ້ ຕ່າງກໍໄດ້ປະນາມ
ການໂຈມຕີໃນຄັ້ງນີ້ທີ່ມີການຖິ້ມໂທດໃສ່ພວກກະບົດຕາລີບານນັ້ນ.

ການກໍ່ຄວາມຮຸນແຮງຢູ່ໃນອັຟການິສຖານ ແມ່ນຢູ່ໃນຂັ້ນຮ້າຍແຮງສຸດ ນັບແຕ່ໄດ້ມີການບຸກ ເຂົ້າໄປໃນປະເທດດັ່ງກ່າວພາຍໃຕ້ການນຳພາຂອງສະຫະລັດໃນປີ 2001 ໂດຍມີກຳລັງທະ
ຫານຂອງນາໆຊາດແລະພົນລະເຮືອນເສຍຊີວິດ ຫຼາຍເປັນປະວັດການ.

XS
SM
MD
LG