ເຈົ້າໜ້າທີ່ອັຟການິສຖານກ່າວວ່າ ຜູ້ໂດຍສານຢ່າງນ້ອຍ 20 ຄົນທີ່ເດີນທາງໄປນຳລົດຕູ້
ນ້ອຍຄັນນຶ່ງໄດ້ເສຍຊີວິດ ຫຼັງຈາກລົດໄດ້ຢຽບລະເບີດແຄມທາງທີ່ແຂວງເຮັດ ທາງພາກ ຕາເວັນຕົກຂອງປະເທດໃນຕອນເຊົ້າຂອງວັນພະຫັດມື້ນີ້.
ເຈົ້າໜ້າທີ່ເວົ້າວ່າ ມີພວກແມ່ຍິງແລະເດັກນ້ອຍຮວມຢູ່ໃນພວກເຄາະຮ້າຍ. ນອກນັ້ນແລ້ວ ຍັງມີພົນລະເຮືອນອີກຢ່າງນ້ອຍ 12 ຄົນໄດ້ຮັບບາດເຈັບໃນການໂຈມຕີຄັ້ງນີ້.
ໂຄສົກຄົນນຶ່ງຂອງອັຟການິສຖານກ່າວວ່າ ການແຕກຂຶ້ນຂອງລະເບີດທີ່ຄ້າຍຄືກັນຢູ່ໃນ
ຫົວເມືອງແຫ່ງດຽວກັນນີ້ຍັງເຮັດໃຫ້ມີຜູ້ໄດ້ຮັບບາດເຈັບສາຫັດ 4 ຄົນໃນຕອນເຊົ້າຂອງ
ວັນພະຫັດມື້ນີ້.
ໃນອີກດ້ານນຶ່ງນັ້ນ ເຈົ້າໜ້າທີ່ອັຟການິສຖານກ່າວວ່າ ການໂຈມຕີດ້ວຍລະເບີດລົດບັນ
ທຸກໄດ້ສັງຫານເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງອັຟການິສຖານ 2 ຄົນ ແລະອີກຈຳ
ນວນນຶ່ງໄດ້ຮັບບາດເຈັບ ຢູ່ນອກຄ້າຍທະຫານທີ່ເຮັດວຽກບູລະນະສ້າງສາແຂວງ ທີ່ສະ
ຫະລັດເປັນຜູ້ນຳພາ ຢູ່ໃນແຂວງປັກເຕຍ ທາງພາກຕາເວັນອອກຂອງປະເທດ.
ຕຳຫຼວດກ່າວວ່າ ຜູ້ໂຈມຕີີສະລະຊີບ ໄດ້ຂັບລົດບັນທຸກລະເບີດ ແລ່ນໄປໃກ້ໆທາງເຂົ້າ
ຂອງຄ້າຍ ທີ່ມີການຍາມຮັກສາຄວາມປອດໄພຢ່າງເຄັ່ງຄັດແລ້ວກໍບີບຄະນວນໃຫ້ແຕກ
ຂຶ້ນຫຼັງຈາກໄດ້ປະເຊີນໜ້າກັບຍາມຮັກສາຄວາມສະຫງົບຊາວອັຟການິສຖານ.
ພວກຕາລີບານໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີຄັ້ງນີ້ໂດຍເວົ້າວ່າ ພວກຫົວ
ຮຸນແຮງທີ່ມີອາຍຸ 70 ປີຄົນນຶ່ງ ເປັນຜູ້ທຳການໂຈມຕີ.