ເຈົ້າໜ້າທີ່ທະຫານຂອງສະຫະລັດແລະອັຟການິສຖານກ່າວວ່າ ທະຫານອາເມຣິກັນ 6 ຄົນໄດ້
ຖືກສັງຫານ ໂດຍພະນັກງານຂອງລັດຖະບານອັຟການິສຖານ.
ໃນເຫດຮ້າຍທຳອິດໃນຕອນເຊົ້າວັນສຸກວານນີ້ ເຈົ້າໜ້າທີ່ເວົ້າວ່າ ຜູ້ບັນຊາການຕຳຫຼວດອັຟກາ
ນິສຖານຄົນນຶ່ງ ໄດ້ຍິງສັງຫານໜ່ວຍປະຕິບັດງານພິເສດ ຂອງທະຫານມາຣີນ 3 ຄົນ ທີ່ເມືອງ
Sangin ໃນແຂວງ Helmand. ເຈົ້າໜ້າທີ່ອັຟການິສຖານກ່າວວ່າ ຜູ້ບັນຊາການຕຳຫຼວດຄົນ
ນີ້ ໄດ້ເຊີນພວກທະຫານມາຣີນ ໄປກິນເຂົ້າ ທີ່ດ່ານກວດຂອງລາວ ໃນພາກໃຕ້ອັຟການິສຖານ
ແລະຜູ້ກ່ຽວໄດ້ຫຼົບໜີໄປຫຼັງຈາກຍິງສັງຫານທະຫານມາຣີນແລ້ວ.
ໂຄສົກຄົນນຶ່ງຂອງກຸ່ມຕາລີບານກ່າວວ່າ ມືປືນທີ່ເປັນຕຳຫຼວດຄົນນີ້ໄດ້ໂຕນໄປຮ່ວມກັບພວກ
ກະບົດຫຼັງຈາກໄດ້ຍິງທະຫານສະຫະລັດ.
ໃນການໂຈມຕີບ່ອນທີສອງນັ້ນ ເຈົ້າໜ້າທີ່ເວົ້າວ່າ ໃນຄືນວານນີ້ ພົນລະເຮືອນອັຟການິສຖານ
ຄົນນຶ່ງທີ່ເຮັດວຽກຢູ່ຖານທັບຂອງອົງການເນໂຕ້ບໍ່ໄກປານໃດຈາກບ່ອນທີ່ມີການຍິງກັນທຳອິດ
ໄດ້ຫັນປາຍປືນໃສ່ທະຫານອົງການເນໂຕ້ ເຮັດໃຫ້ທະຫານອາເມຣິກັນ 3 ຄົນເສຍຊີວິດ.
ການຍິງກັນເທື່ອຫຼ້າສຸດດັ່ງກ່າວ ແມ່ນຄັ້ງທີສີ່ໃນອາທິດນີ້ ທີ່ກຳລັງນາໆຊາດໄດ້ຕົກເປັນເປົ້າ
ໃນການໂຈມຕີຂອງຄູ່ປະຕິບັດງານຝ່າຍອັຟການນິສຖານ.