ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ 2 ຄົນເສຍຊີວິດ ໃນການໂຈມຕີ ຢູ່ອັຟການິສຖານ


ແຜນທີ່ອັຟການິສຖານ
ແຜນທີ່ອັຟການິສຖານ

ເຈົ້າໜ້າທີ່ອັຟການິສຖານກ່າວໃນວັນເສົາມື້ນີ້ວ່າ ພວກຫົວຮຸນແຮງໄດ້ສັງຫານຕຳຫຼວດ 2
ຄົນໃນການດັກສະກັດໂຈມຕີລົດຕຳຫຼວດຄົນນຶ່ງ.

ກະຊວງພາຍໃນຂອງອັຟການິສຖານກ່າວວ່າ ນອກນັ້ນແລ້ວ ໃນການໂຈມຕີດັ່ງກ່າວ ຊຶ່ງມີ
ຂຶ້ນຢູ່ໃນເຂດເມືອງ Dara Nur ແຂວງ Nangarhar ພວກກະບົດຍັງເຮັດໃຫ້ຕຳຫຼວດອີກ
2 ຄົນໄດ້ຮັບບາດເຈັບ.

ໃນຕອນເຊົ້າຂອງວັນເສົາມື້ນີ້ ອົງການເນໂຕ້ກ່າວວ່າ ເຮືອບິນເຮຣີຄອບເຕີ້ຂອງຕົນລຳນຶ່ງ
ໄດ້ປະສົບອຸບັດຕິເຫດຕົກຢູ່ໃນພາກຕາເວັນອອກຂອງອັຟການິສຖານ.

ກຳລັງປະສົມກ່າວວ່າ ພະນັກງານທັງ 2 ໄດ້ຖືກຊ່ອຍໄວ້ໄດ້ຈາກບ່ອນທີ່ເຮືອບິນເຮຣີຄອບ
ເຕີ້ຕົກໃນເຂດເມືອງ Alah Say ແຂວງ Kapisa. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອໃນເວລານີ້
ວ່າ ມີຜູ້ຄົນອື່ນໆຢູ່ໃນເຮລີຄອບເຕີ້ລຳນີ້ຫຼືບໍ່ຫຼື ເປັນຫຍັງເຮຣີຄອບເຕີ້ ຈຶ່ງປະສົບອຸດບັດຕິ
ເຫດຕົກ.

ອົງການເນໂຕ້ເວົ້າວ່າ ອຸບັດຕິເຫດດັ່ງກ່າວນີ້ພວມຢູ່ໃນລະຫວ່າງການສືບສວນ.

XS
SM
MD
LG