ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ 5 ຄົນເສຍຊີວິດ ໃນການປະທ້ວງຢູ່ອັຟການິສຖານ


ນາຍ Sediq Afghan ກ່າວຕໍ່ພວກເດີນຂະບວນປະທ້ວງ ທີ່ນະຄອນຫຼວງກາບູລ ຫຼັງຈາກພະນັກງານອົງການ ສປຊ ຫຼາຍໆຄົນໄດ້ຖືກຂ້າຕາຍ ໃນການໂຈມຕີສຳນັກງານ ສປຊ ໃນພາກເໜືອອັຟການິສຖານ (1 ເມສາ 2011)
ນາຍ Sediq Afghan ກ່າວຕໍ່ພວກເດີນຂະບວນປະທ້ວງ ທີ່ນະຄອນຫຼວງກາບູລ ຫຼັງຈາກພະນັກງານອົງການ ສປຊ ຫຼາຍໆຄົນໄດ້ຖືກຂ້າຕາຍ ໃນການໂຈມຕີສຳນັກງານ ສປຊ ໃນພາກເໜືອອັຟການິສຖານ (1 ເມສາ 2011)

ເຈົ້າໜ້າທີ່ຂອງອົງການເນໂຕ້ ໃນອັຟການິສຖານ ກ່າວວ່າ
ພວກກະບົດທີ່ນຸ່ງເຄື່ອງເປັນແມ່ຍິງໄດ້ໂຈມຕີຄ້າຍທະຫານ
ແຫ່ງນຶ່ງຂອງກຳລັງປະສົມ ທີ່ນະຄອນຫຼວງກາບູລ ຂະນະ
ທີ່ການປະທ້ວງຢ່າງຮຸນແຮງຕໍ່ຕ້ານການຈູດພະຄຳພີກູຣ່ານ
ໃນສະຫະລັດ ໄດ້ລາມໄປສູ່ເຂດພາກໃຕ້ຂອງປະເທດ.

ອົງການເນໂຕ້ກ່າວວ່າ ມີພວກກະບົດຢ່າງນ້ອຍ 3 ຄົນຊຶ່ງ
2 ຄົນໃນຈຳນວນດັ່ງກ່າວ ແມ່ນຜູ້ໂຈມຕີສະລະຊີບ ໄດ້ຖືກ
ຂ້າຕາຍໃນຕອນເຊົ້າຂອງວັນເສົາມື້ນີ້ເວລາພວກເຂົາໂຈມຕີ
ຄ້າຍ Phoenix ໃນນະຄອນຫຼວງກາບູລ. ມີທະຫານຂອງ
ອົງການເນໂຕ້ 3 ຄົນໄດ້ຮັບບາດເຈັບເລັກນ້ອຍໃນການປະ
ທະກັນດັ່ງກ່າວ.

ຂະນະດຽວກັນຢູ່ໃນພາກໃຕ້ອັຟການິສຖານເຈົ້າໜ້າທີ່ກ່າວ
ວ່າ ການປະທ້ວງຕໍ່ຕ້ານການຈູດພະຄຳພີກູຣ່ານໃນສະຫະ
ລັດ ຢູ່ທີ່ເມືອງການດາຮາ ໄດ້ກາຍເປັນຄວາມຮຸນແຮງເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ແລະ
ໄດ້ຮັບບາດເຈັບອີກ 46 ຄົນ.

ຢູ່ໃນເຂດພາກເໜືອຂອງອັຟການິສຖານ ໃນມື້ວານນີ້ ອົງການສະຫະປະຊາຊາດກ່າວວ່າ
ພະນັກງານທີ່ເປັນຊາວຕ່າງປະເທດຂອງຕົນ 7 ຄົນໄດ້ຖືກຂ້າຕາຍໃນການໂຈມຕີບໍລິເວນ
ໂຮງການຂອງຕົນ ຫຼັງຈາກໄດ້ມີການເດີນຂະບວນຕໍ່ຕ້ານການຈູດພະຄຳພີກູຣ່ານ.

XS
SM
MD
LG