ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອັຟການີສຖານສັງຫານພວກນັກຕໍ່ສູ້ ທັງໝົດຂອງກຸ່ມຕາລີບັນ


ຄວັນໄຟກຸ້ມຂຶ້ນ ຫລັງຈາກລະເບີດແຕກຂຶ້ນໃກ້ໆກັບຕຶກອາຄານ
ຫລັງນຶ່ງຂອງລັດຖະບານທີ່ເມືອງກັນດາຮາ ພາກໃຕ້ອັັຟການີສຖານ ວັນທີ 8 ພຶດສະພາ 2011
ຄວັນໄຟກຸ້ມຂຶ້ນ ຫລັງຈາກລະເບີດແຕກຂຶ້ນໃກ້ໆກັບຕຶກອາຄານ ຫລັງນຶ່ງຂອງລັດຖະບານທີ່ເມືອງກັນດາຮາ ພາກໃຕ້ອັັຟການີສຖານ ວັນທີ 8 ພຶດສະພາ 2011



















ບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນີສຖານ​ກ່າວ​ໃນ​ວັນ​ຈັນ​ມື​ນີ້​ວ່າ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ສັງຫານພວກນັກ​ຕໍ່ສູ້​ທັງ​ໝົດຂອງໜ່ວຍ​ປະຕິບັດ​ການ​ໜ່ວຍ​ນຶ່ງ​ຂອງກຸ່ມ​ຕາ​ລີ​ບັນ ທີ່ໄດ້​ທໍາ​ການໂຈມ​ຕີ​ທີ່ມີ​ການ​ປະສານງານ ຕິດຕໍ່​ກັນ​ມາ​ຫລາຍ​ບັ້ນ​ເປັນ​ເວລາ​ສອງ​ມື້ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໃນ​ເມືອງ​ກັນດາ​ຮາ​ ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ນັ້ນ ຊຶ່ງການ​ໂຈມ​ຕີ​ດັ່ງກ່າວ​ໄດ້​ເລີ້ມ​ຂຶ້ນ​ໃນຕອນ​ບ່າຍ​ວັນ​ເສົາ​ແລະຢຸດຕິລົງ​ໃນ​ວັນ​ອາທິດ​ວານ​ນີ້.

ພວກ​ນັກ​ຕໍ່ສູ້​ກຸ່ມ​ຕາ​ລີ​ບັນ​ເກືອບ 20 ຄົນ​ໄດ້​ເສຍ​ຊີວິດ​ໃນ​ການ​ບຸກ​ໂຈມ​ຕີ ຮວມທັງ​ພວກ​ວາງ​ລະ​ເບີດ​ສະລະ​ຊີບ 8 ຄົນ​ທີ່​ລະ​ເບິດ​ໂຕ​ຕາຍ. ພວກ​ຄົນ​ຮ້າຍ​ໄດ້​ສັງຫານ​ປະຊາຊົນ 4 ຄົນ​ແລະ​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ​ຕື່ມ​ອີກ​ 40 ກວ່າຄົນ. ພວກ​ກະບົດ 4 ຄົນ​ຖືກ​ຈັບ​ກຸມ.

ທາງ​ການ​ອັຟກາ​ນີສຖານ​ກ່າວ​ວ່າ ພວກ​ຄົນ​ຮ້າຍ​ສ່ວນ​ຫລາຍ​ແມ່ນ​ຮວມ ຢູ່​ໃນ​ກຸ່ມ​ພວກ​ນັກ​ໂທດ​ຫລາຍ​ຮ້ອຍ​ຄົນ​ ທີ່​ພາກັນແຫກຄຸກ​ໃຫຍ່ Sarposa ​ໃນ​ເມືອງ​ດັ່ງກ່າວ​ເມື່ອ​ເດືອນ​ແລ້ວ​ນີ້ ​ໂດຍ​ພາກັນ​ຫລົບ​ໜີ​ອອກ​ມາ​ທາງ​ອຸ​ໂມງ​ ທີ່ພວກ​ນັກ​ຕໍ່ສູ້​ຢູ່​ຂ້າງ​ນອກຂຸດ​ເຂົ້າ​ໄປ​ນັ້ນ.

ໃນ​ວັນ​ອາທິດ​ວານ​ນີ້ ນາຍ​ພົນ David Petraeus ຜູ້​ບັນຊາ​ການ​ກອງ ທັບ​ສະຫະລັດ​ແລະ​ກໍາລັງ​ກຸ່ມ​ເນ​ໂຕ້​ໃນ​ອັຟກາ​ນີສຖານ ກ່າວໃນການ​ໃຫ້​ ສໍາພາດ​ກັບ​ອົງການ​ຂ່າວ AP ວ່າ ເຖິງ​ແມ່ນ​ວ່າ​ການ​ສັງຫານນາຍ​ໂອຊາ​ມາ ​ບິນ​ລາ​ເດັນ ອາດ​ຈະ​ເຮັດ​ໃຫ້​ອິດ​ທິພົນຂອງ​ກຸ່ມ​ອາລກາ​ອິດາ ​ອ່ອນ​ແອ​ລົງສໍາລັບ​ພວກ​ຕາ​ລີ​ບັນ​ໃນ​ອັຟກາ​ນີສຖານ​ນັ້ນກໍ​ຕາມ ​ແຕ່​ອັຟກາ​ນີສຖານ​ກໍຍັງສາມາດເປັນ​ບ່ອນ​ລີ້​ຊ່ອນ​ຂອງ​ພວກ​ກຸ່ມ​ກໍ່​ການ​ຮ້າຍ​ໄດ້ຕໍ່​ໄປ​ຢູ່.

XS
SM
MD
LG