ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

3 ຄົນເສຍຊີວິດ ໃນການໂຈມຕີສະລະຊີບ ທີ່ອັຟການີສຖານ


ຕໍາຫລວດອັຟການີສຖານ, ທະຫານສະຫະລັດແລະອັຟກາ
ນີສຖານ ຢູ່ໃນທ່າຕຽມພ້ອມ ຫລັງຈາກພວກະບົດ ໂຈມຕີຕຶກສໍານັກງານຕໍາຫລວດຈະລາຈອນ ໃນແຂວງ Khost, ວັນທີ 22 ພຶດສະພາ, 2011
ຕໍາຫລວດອັຟການີສຖານ, ທະຫານສະຫະລັດແລະອັຟກາ ນີສຖານ ຢູ່ໃນທ່າຕຽມພ້ອມ ຫລັງຈາກພວກະບົດ ໂຈມຕີຕຶກສໍານັກງານຕໍາຫລວດຈະລາຈອນ ໃນແຂວງ Khost, ວັນທີ 22 ພຶດສະພາ, 2011

ສ່ວນ​ຢູ່ທີ່​ອັຟກາ​ນີສຖານນັ້ນບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນີສຖານ
ກ່າວ​ວ່າ ພວກ​ມື​ປືນ​ຈຸ​ນຶ່ງ​ທີ່​ໃສ່ເສື້ອ​ກັກ ບັນຈຸ​ລະ​ເບີດ​ສະລະ
ຊີ[​ໄດ້​ທໍາ​ການ​ໂຈມ​ຕີ​ຕຶກ​ອາຄານ​ຫລັງ​ນຶ່ງ​ຂອງ​ລັດຖະບານ
ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດສົ່ງ​ຜົນ​ໃຫ້​ເຈົ້າ​ໜ້າ​ທີ່​ຕໍາ
ຫລວດ 3 ຄົນ​ເສຍ​ຊີວິດ​ ແລະບາດ​ເຈັບ​ຕື່ມ​ອີກ​ຢ່າງ​ນ້ອຍ
3 ຄົນ.

ທາງ​ການ​ອັຟກາ​ນີສຖານ​ກ່າວ​ວ່າ ພວກ​ຄົນ​ຮ້າຍ​ໂຈມ​ຕີ​ໄດ້​
ບຸກ​ເຂົ້າ​ໄປ​ສໍານັກງານ​ຕໍາຫລວດ​ຈະລາຈອນ​ໃນ​ແຂວງ
Khost ​ໃນ​ເຊົ້າ​ວັນ​ອາທິດ​ມື້​ນີ້.

ອົງການ​ຂ່າວ AP ລາຍ​ງານ​ວ່າ ​ໂຄ​ສົກ​ຂອງ​ກຸ່ມ​ຕາ​ລີ​ບັນ​ໄດ້​ອ້າງ​ເອົາ ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ດັ່ງກ່າວ ຊຶ່ງ​ມີ​ຂຶ້ນ​ໃນ​ເວລາ​ນຶ່ງ​ມື້​ຫລັງ​ຈາກ​ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຕາ​ລີ​ບັນ​ຄົນ​ນຶ່ງ​ແຊກ​ຊຶມ​ເຂົ້າ​ໄປ​ໃນ​ໂຮງໝໍ​ໃຫຍ່​ຂອງ​ທະຫານ​ໃນ​ກຸງຄາ​ບູລ ​ແລ້ວລະ​ເບີດ​ຕົນ​ເອງ​ຕາຍ ພ້ອມ​ກັບ​ພວກ​ນັກ​ສຶກ​ແພດສາດ​ອັຟກາ​ນີສຖານອີກ ​ຢ່າງ​ນ້ອຍ 6 ຄົນ​.

ໃນ​ເດືອນ​ແລ້ວ​ນີ້ ກຸ່ມ​ຕາ​ລີ​ບັນ​ໄດ້​ປະກາດການ​ເລີ້ມ​ທໍາ​ການ​ໂຈມ​ຕີ​ໃນ​ລະດູບານໃໝ່​ຂອງ​ພວກ​ເຂົາ.

ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ອັຟກາ​ນີສຖານ​ກໍານົດ​ຈະ​ຮັບ​ຄວາມ​ຮັບຜິດຊອບ​ຫລາຍ​ຂຶ້ນ​ໃນ​ດ້ານ​ການ​ຮັກສາ​ຄວາມ​ປອດ​ໄພ​ ໃນ​ຂະນະ​ທີ່​ກໍາລັງ​ສູ້ລົບ​ຂອງ​ຕ່າງປະ​ເທດ ​ໂຮມ​ທັງ​ທະຫານ​ສະຫະລັດ ​ຖອນ​ອອກ​ໄປ​ ໃນ​ຂັ້ນ​ຕອນ​ທີ່​ຈະ​ເລີ້ມຕົ້ນຂຶ້ນ​ໃນ​ເດືອນກໍລະກົດ​ປີ​ນີ້ ​ແຕ່​ກໍ​ຈະ​ບໍ່​ເສັດ​ສິ້ນ​ລົງ ຈົນ​ຮອດ​ປີ 2014.

XS
SM
MD
LG