ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

4 ຄົນຕາຍ ໃນການໂຈມຕີສະລະຊີບ ໃນພາກເໜືອຂອງອັຟການີສຖານ


ຕໍາຫລວດອັຟການີສຖານຫໍ່ສົບຂອງນາຍຍາມຄົນນຶ່ງຂອງບໍລີສັດເອກະຊົນ ທີ່ເສຍຊີວິດໃນເຫດໂຈມຕີສະລະຊີບ ດ້ວຍລະເບີດ, ວັນທີ 2 ສິງຫາ 2011
ຕໍາຫລວດອັຟການີສຖານຫໍ່ສົບຂອງນາຍຍາມຄົນນຶ່ງຂອງບໍລີສັດເອກະຊົນ ທີ່ເສຍຊີວິດໃນເຫດໂຈມຕີສະລະຊີບ ດ້ວຍລະເບີດ, ວັນທີ 2 ສິງຫາ 2011

ບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນີສຖານ​ກ່າວ​ວ່າ ການ​ໂຈມ​ຕີສະລະ​ຊີບ​ດ້ວຍລະ​ເບີດ​ບັ້ນ​ນຶ່ງໄດ້​ສັງ
ຫານ​ປະຊາຊົນ​ຢ່າງ​ໜ້ອຍ 4 ຄົນ​ແລະ​ເຮັດ​ໃຫ້ບາດ​ເຈັບ​ຕື່ມ​ອີກ 10 ຄົນ ໃນ​ພາກ​ເໜືອ​
ຂອງ​ປະ​ເທດ.

ເຈົ້າ​ໜ້າ​ທີ່​ເຫລົ່າ​ນີ້​ກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ໄດ້ບີບ​ຂະ​ນວນ​ລະ​ເບີດ​ລົດ​ທີ່
ຕົນ​ຂັບ​ມາ​ໃຫ້​ແຕກ​ຂຶ້ນ​ໃນ​ເວລາ​ກ່ອນ​ແຈ້ງ​ ເຊົ້າ​ວັນ​ອັງຄານ​ມື້​ນີ້ ຢູ່​ນອກ​ບໍລິ​ເວນ​ນຶ່ງ ​ທີ່
ເປັນ​ບ່ອນ​ຕັ້ງ​ຂອງ​ບໍລິສັດ​ຮັກສາ​ຄວາມ​ປອດ​ໄພ​ເອກ​ກະ​ຊົນ ສອງ​ບໍລິສັດ​ ໃນ​ເມືອງ
Kunduz.

ຕໍາຫລວດ​ກ່າວ​ວ່າ ຫລັງ​ຈາກ​ນັ້ນ ພວກ​ຫົວ​ຮຸນ​ແຮງອີກ 2 ຄົນ​ໄດ້​ບຸກເຂົ້າ​ໄປ​ໃນ​ລິ​ເວນ
ເດີ່ນ ​ຍັງ​ຜົນ​ໃຫ້​ມີການ​ຍິງ​ຕໍ່ສູ້​ກັນ​ກັບ​ຕໍາຫລວດ​ເປັນເວລາ​ດົນ​ເຖິງ 2 ຊົ່ວ​ໂມງ. ການ​ຕໍ່
ສູ້​ກັນ​ໄດ້​ຍຸດຕິ​ລົງ​ເວລາ​ພວກ​ຫົວ​ຮຸນ​ແຮງທັງ 2 ຄົນ ທີ່​ຢູ່​ໃນ​ຕຶກຫລັງ​ນຶ່ງນັ້ນ ​ບີບຂະ​
ນວນ​ລະ​ເບີດ​ຂອງ​ພວກ​ເຂົາ​ໃຫ້​ແຕກ​ຂຶ້ນ. ພວກ​ຄົນ​ຍາມ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ບໍ​
ລີ​ສັດ​ເອກະ​ຊົນ 4 ຄົນ​ເສຍ​ຊີວິດ ​ແລະຕໍາຫລວດ​ອັຟກາ​ນີສຖານ​ຄົນ​ນຶ່ງ​ກໍ​ຮວມຢູ່​ໃນ
ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ​ນັ້ນ.

ກຸ່ມ​ຕາ​ລີ​ບັນ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້​.

XS
SM
MD
LG