ບັນດາເຈົ້າໜ້າທີ່ອັຟການີສຖານກ່າວວ່າ ຜູ້ວາງລະເບີດລົດສະລະຊີບຄົນນຶ່ງ ໄດ້ຂັບລົດເຂົ້າຕໍາຂະບວນລົດຄຸ້ມກັນທະຫານເຢຍຣະມັນຂະບວນນຶ່ງ ເຮັດໃຫ້ມີພົນລະເຮືອນຢ່າງໜ້ອຍ 3 ຄົນເສຍຊີວິດແລະໄດ້ຮັບບາດເຈັບຕື່ມອີກຫລາຍຄົນ.
ກຸ່ມຕາລີບັນໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີໃນວັນອາທິດມື້ນີ້ຢູ່ນອກເມືອງ Kunduz.
ໂຄສົກປະຈໍາກຸ່ມເນໂຕ້ ກ່າວວ່າ ບໍ່ມີທະຫານຝ່າຍພັນທະມິດໄດ້ຮັບບາດເຈັບຫລືເສຍຊີວິດຈັກຄົນໃນການໂຈມຕີດັ່ງກ່າວ ທີ່ຕິດຕາມມາຫລັງຈາກມື້ນຶ່ງທີ່ຮຸນແຮງເປັນພິເສດສໍາລັບພວກທະຫານຂອງກຸ່ມເນໂຕ້ ຊຶ່ງເສຍທະຫານຂອງຕົນໄປ 8 ຄົນໃນອັຟການີສຖານໃນວັນເສົາວານນີ້.
ກຸ່ມພັນທະມິດກ່າວວ່າ ທະຫານຂອງຕົນ 4 ຄົນເສຍຊີວິດໃນການໂຈມຕີຢູ່ຄົນລະບ່ອນຂອງພວກກະບົດ ຄື 3 ຄົນເສຍຊີວິດໃນພາກໃຕ້ແລະອີກຄົນນຶ່ງເສຍຊີວິດໃນພາກຕາເວັນອອກ. ພວກທະຫານຄົນອື່ນໆເສຍຊີວິດໃນພາກໃຕ້ຂອງອັຟການີສຖານ ຍ້ອນບາດແຜທີ່ໄດ້ຮັບທີ່ບໍ່ພົວພັນກັບການສູ້ລົບກັນ. ອົງການຂ່າວ AP ກ່າວວ່າ ພວກທະຫານເຫລົ່ານີ້ເສຍຊີວິດໄປຍ້ອນອຸບັດເຫດລົດ.