ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລະເບີດສະຫລະຊີບເອົາຊີວິດ 3 ຄົນໃນອັຟການິສຖານ


ທີ່​ອັຟກາ​ນິສຖານ ເຈົ້າໜ້າທີ່​ກ່າວວ່າ​ ​ໄດ້​ມີ​ການ​ໂຈມ​ຕີ​ໂດຍຄົນ​ວາງ​ລະ​ເບີດ​ສະຫລະ​ຊີບ ທີ່​ສົ່ງ​ຜົນ​ໃຫ້ຢ່າງ​ນ້ອຍ 3 ​ຄົນ​ເສຍ​ຊີວິດ​ໃນ​ນະຄອນຫລວງກາ​ບູລ ​ເຖິງ​ແມ່ນ​ໄດ້​ມີ​ການ​ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ເຄ່ງ​ຄັດກໍຕາມ ລ່ວງ​ໜ້າ​ກອງ​ປະຊຸມ​ນາໆ​ຊາດ​ຄັ້ງສຳຄັນ​ກ່ຽວ​ກັບ​ອະນາຄົດຂອງ​ອັຟການິສຖານ. ເຈົ້າໜ້າ​ທີ່​ກ່າວ​ອີກ​ວ່າ ມີ​ຢ່າງ​ນ້ອຍ 35 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນເຫດລະ​ເບີດ​ທີ່​ນະຄອນຫລວງ​ກາ​ບູລ ​ໃນ​ວັນ​ອາທິ​ດມື້​ນີ້.

ເມືອງ​ຫລວງ​ຂອງ​ອັຟການິສຖານ​ກຳລັງ​ກຽມ​ຈະ​ເປັນ​ເຈົ້າພາບ ຈັດກອງ ປະຊຸມ​ຄັ້ງ​ໃຫຍ່​ຂອງ​ພວກ​ປະ​ເທດ​ພາຄີ​ຂອງ​ອັຟກາ​ນິສຖານ ​ໃນ​ວັນ​ອັງ ຄານ​ອາທິດ​ໜ້າ​ນີ້ ຊຶ່ງ​ໃນ​ກອງ​ປະຊຸມ​ທີ່​ວ່າ​ນີ້ ລັດຖະບານ​ອັຟກາ​ນິສ ຖານຈະ​ນຳ​ສະ​ເໜີ​ແຜນການ​ຂອງ​ຕົນ​ສຳລັບ​ອະນາຄົດ​ຂອງ​ປະ​ເທດ.

ທີ່​ແຂວງ Farah ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ອັຟການິສຖານ​ໃນ​ວັນ​ອາ ທິດ​ມື້​ນີ້ ພວກ​ກອງ​ໂຈນ​ຕາ​ລີ​ບານ​ໄດ້​ທຳ​ການ​ບຸກ​ໂຈມ​ຕີ​ສະຖານີ​ຕຳ ຫລວດ 4 ​ແຫ່ງ​ຕິດ​ຕໍ່​ກັນ ​ແລະ​ພ້ອມ​ດຽວ​ກັນ​ກໍ​ທຳ​ການລະ​ເບີດ​ທາງ​ເຂົ້າຄຸກ​ເມືອງ Farah ​ໃນ​ຕອນ​ທີ່​ຕຳຫລວດພາ​ກັນໄປ​ຟ້າວ​ຟັ່ງ​ໄປຍັງ​ສະຖານີຕຳຫລວດ​ບ່ອນ​ຖືກ​ໂຈມ​ຕີ ຊຶ່ງ​ການລະ​ເບີດ​ທາງ​ເຂົ້າຄຸກ​ຄັ້ງນີ້ ສົ່ງ​ຜົນ​ໃຫ້ນັກ​ໂທດ​ຫລົບໜີ​ອອກ​ຈາກ​ຄຸກ​ໄປ​ໄດ້ 23 ຄົນ.

XS
SM
MD
LG