ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

2 ຄົນເສຍຊີວິດ ບາດເຈັບ 7 ຄົນ ໃນການໂຈມຕີທີ່ອັຟການີສຖານ


Warga di Shanghai memegang lilin pada acara yang dimaksudkan untuk masuk dalam catatan dunia Guinness "meniup lilin terbanyak secara bersamaan." Acara itu diadakan untuk memperingat Earth Hour.

ບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນີສຖານ​ກ່າວ​ວ່າ ຜູ້​ວາງ​ລະ​ເບີດ​
ສະລະ​ຊີບ​ຄົນ​ນຶ່ງ​ທີ່​ໃສ່​ເຄືອງ​ແບບ​ທະຫານ​ໄດ້​ລະດົມຍິງ
ຢູ່ໃນກະຊວງ​ປ້ອງ​ກັນ​ປະ​ເທດ​ໃນ​ກຸງ​ຄາ​ບູລ ​ເຮັດ​ໃຫ້​ປະ
ຊາຊົນ​ຢ່າງ​ນ້ອຍ 2 ຄົນ​ເສຍ​ຊີວິດ ແລະ 7 ຄົນໄດ້ຮັບ
ບາດເຈັບ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຜູ້ໂຈມຕີໄດ້ຖືກຂ້າຕາຍ ກ່ອນ
ທີ່ຜູ້ກ່ຽວຈະບີບ ກະນວນລະເບີດໃຫ້ແຕກຂຶ້ນ.

ພວກຕາລີບານໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມ
ຕີດັ່ງກ່າວ ໂດຍເວົ້າວ່າເປົ້າໝາຍຂອງຕົນແມ່ນທ່ານ Gerard
Longuet ລັດຖະມົນຕີ​ປ້ອງກັນ​ປະ​ເທດ​ຝຣັ່ງ. ແຕ່ແນວໃດ
ກໍຕາມ​ເຈົ້າ​ໜ້າ​ທີ່​ຝຣັ່ງກ່າວວ່າ ທ່ານ Longuet ບໍ່​ໄດ້​ຢູ່​ໃນ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເວລາ​ການ​ໂຈມ​ຕີເກີດ​ຂຶ້ນ​ນັ້ນ.

ອຸບັດ​ເຫດ​ທີ່​ເກີດ​ຂຶ້ນ​ໃນ​ກະຊວງ​ປ້ອງ​ກັນ​ປະ​ເທດ​ນີ້ ​ແມ່ນ​ຄັ້ງ​ຫລ້າ​ສຸດ​ໃນ​ການ​ໂຈມ​ຕີ​ຫລາຍ​ບັ້ນ​ຕິດ​ຕໍ່​ກັນ​ມາ​ໂດຍ​ພວກ​ໂຈມ​ຕີ​ທີ່​ປອມ​ໂຕ​ໃສ່​ເຄື່ອງ​ແບບ​ທະຫານ​ອັຟກາ​ນີສຖານ​ນັ້ນ.

ສ່ວນໃນແຫ່ງອື່ນໆຢູ່ໃນອັຟການິສຖານໃນວັນຈັນມື້ນີ້ລະເບີດແຄມທາງລູກນຶ່ງໄດ້ແຕກຂຶ້ນເຮັດ
ໃຫ້ຕຳຫຼວດ 6 ຄົນເສຍຊີວິດ. ເຈົ້າໜ້າທີ່ເວົ້າວ່າ ພວກຕຳຫຼວດພວມເດີນທາງໄປເມືອງ Ghazni ເວລາລົດເຂົາເຈົ້າ ຢຽບລະເບີດ.

ພວກຕາລີບານໄດ້ອ້າງເອົາຄວາມຮັບຜິດຊອບໃນການ ໂຈມຕີຄັ້ງນີ້.

XS
SM
MD
LG