ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

7 ຄົນ ເສຍຊີວິດ ຍ້ອນການໂຈມຕີ ສະລະຊີບ ທີ່ອັຟການິສຖານ


ທີ່ອັຟການິສຖານ.
ວັນທີ 17 ພຶດສະພາ 2012.
ທີ່ອັຟການິສຖານ. ວັນທີ 17 ພຶດສະພາ 2012.

ບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ​ ກ່າວ​ວ່າ ການໂຈມ​ຕີ​ດ້ວຍລະ​ເບີດ​ສະ ລະ​ຊີບໃສ່​ບໍລິ​ເວນ​ຫ້ອງການ​ຂອງ​ລັດຖະບານ​ແຫ່ງ​ນຶ່ງ​ໃນ​ແຂວງ Farah ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ນ້ອຍ 7 ຄົນ ​ແລະ​ບາດ​ເຈັບອີກ 12 ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ກະຊວງ​ພາຍ​ໃນ​ແລະ​ຕໍາຫຼວດ​ກ່າວ​ວ່າ ພວກ​ໂຈມ​ຕີ 4 ຄົນ ​ບຸກ​ເຂົ້າ​ໄປ​ໃນ​ບໍລິ​ເວນໂຮງການ​ແຂວງ​ໃນ​ວັນ​ພະຫັດ​ມື້​ນີ້​ແລ້ວກໍ​ຈູດ​ວັດຖຸ​ລະ​ເບີດ​ໃຫ້​ແຕກ​ຂຶ້ນ​ແລະ​ເປີດ​ສາກ​ຍິງ​ຕໍ່ສູ້​ກັນກັບ​ຕໍາຫຼວດ. ​ເຈົ້າ​ໜ້າ​ຕໍາຫຼວດ 6 ຄົນ​ແລະ​ພົນລະ​ເຮືອນ​ຄົນ​ນຶ່ງ​ເສຍ​ຊີວິດ ​ແລະ​ພວກ​ທີ່ ທໍາ​ການ​ໂຈມ​ຕີ 4 ຄົນ​ກໍ​ເສຍ​ຊີວິດ​ເຊ່ນ​ກັນ.

​ເວລາ​ນີ້​ຍັງ​ບໍ່​ທັນ​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີຄັ້ງ​ນີ້​ເທື່ອ ຊຶ່ງ​ມີ​ຂຶ້ນ​ຫຼັງ​ຈາກ​ພວກ​ຫົວ​ຮຸນ​ແຮງຕາ​ລີ​ບັນປະກາດ​ໃຫ້​ຮູ້​ການ​ບຸກ​ໂຈມ​ຕີ​ປະ​ຈໍາປີ​ໃນ​ລະດູບານ​ໃໝ່​ຂອງ​ພວກ​ເຂົາ​ໃນ​ຕົ້ນ​ເດືອນ​ນີ້.

ພວກ​ທະຫານ​ອົງການ​ເນ​ໂຕ້​ໄດ້​ໂອນ​ການ​ຄວບ​ຄຸມ​ດ້ານ​ຄວາມ​ປອດ​ໄພ ສ່ວນ​ໃຫຍ່​ຂອງ​ຕົນ​ໃນ​ອັຟກາ​ນິສຖານ​ ໃຫ້​ທາງ​ການ​ໃນ​ທ້ອງ​ຖິ່ນແລ້ວ. ພວກ​ທະຫານ​ສູ້​ລົບ​ຕ່າງປະ​ເທດ​ທັງ​ໝົດ​ກໍານົດ​ຈະ​ຖອນ​ອອກ​ຈາກອັຟ ກາ​ນິສຖານ​ໄປ​ພາຍ​ໃນ​ທ້າຍ​ປີ 2014.

XS
SM
MD
LG