ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ພຶດສະພາ ໒໐໒໓

16 ຄົນເສຍຊີວິດ ໃນການວາງລະເບີດ ສະລະຊີບ ທີ່ອັຟການີສຖານ


ບໍລິເວນໂຮງການເຈົ້າແຂວງ Parwan ອັຟການີສຖານ, ວັນທີ 14 ສິງຫາ 2011.

ພວກເຈົ້າໜ້າທີ່ໃນເຂດພາກກາງຂອງອັຟການີສຖານກ່າວວ່າ ຢ່າງໜ້ອຍມີ 16 ຄົນ
ຖືກຂ້າຕາຍ ແລະຫລາຍກວ່າ 20 ຄົນໄດ້ຮັບບາດເຈັບ ຫລັງຈາກຄົນ​ວາງລະເບີດ
ສະລະຊີບ ຢ່າງໜ້ອຍ 6 ຄົນ ໄດ້ບຸກໂຈມຕີເຂດບໍລິເວນທີ່ທໍາການຂອງເຈົ້າແຂວງໆ
Parwan.

ທ່ານ Abdul Basir Salangi ເຈົ້າແຂວງໆ Parwan ໄດ້ຢືນຢັນການ​ເສັຍ​ຊີວິດ​
ຂອງ​ຄົນ​ເຫລົ່າ​ນັ້ນ ໃນຕອນຖະ​ແຫລ​ງຕໍ່ສະຖານີ​ໂທລະພາບ​ຂ່າວຊ່ອງນຶ່ງ ຈາກ
ພາຍໃນບໍລິເວນໂຮງການແຂວງ.

ພວກເຄາະຮ້າຍເສຍຊີວິດ ເປັນພວກພະນັກງານລັດຖະບານ ແລະຕໍາຫລວດ.

ພວກເຈົ້າໜ້າທີ່ກ່າວວ່າ ພວກເຂົາເຈົ້າໄດ້ຍິນສຽງລະເບີດຫລາຍໆຄັ້ງ ຫລັງຈາກ
ພວກກໍ່ການຮ້າຍເລິ່ມເປີດສາກໂຈມຕີ​ ໃນວັນອາທິດມື້ນີ້.

ແຂວງ Parwan ຕັ້ງຢູ່ທາງທິດເໜືອຂອງເມືອງຫລວງກາບູລ ຂອງອັຟການີສຖານ
​ໄກອອກໄປປະມານ 50 ຫລັກກິໂລແມັດ.

XS
SM
MD
LG