ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກກະບົດອັຟການິສຖານ ທໍາການໂຈມຕີ ກອງບັນຊາການ ກໍາລັງປະສົມ (ເບິ່ງວີດີໂອ)


ຕໍາຫລວດອັຟການິສຖານ ຍາມຢູ່ບ່ອນມີການໂຈມຕີສະລະຊີບ ໃນນະຄອນຫລວງ Kabul ວັນທີ 13 ກັນຍາ 2011. (AFGHANISTAN - Tags: CIVIL UNREST MILITARY CONFLICT)
ຕໍາຫລວດອັຟການິສຖານ ຍາມຢູ່ບ່ອນມີການໂຈມຕີສະລະຊີບ ໃນນະຄອນຫລວງ Kabul ວັນທີ 13 ກັນຍາ 2011. (AFGHANISTAN - Tags: CIVIL UNREST MILITARY CONFLICT)

ພວກຕາລີບັນໄດ້ອ້າງເອົາຄວາມຮັບຜິດຊອບກ່ຽວກັບການໂຈມຕີຫຼາຍບັ້ນໃນນະຄອນຫຼວງຄາ
ບູລຂອງອັຟການິສຖານໃນວັນອັງຄານມື້ນີ້ຊຶ່ງປາກົດວ່າໄດ້ແນເປົ້າໝາຍໃສ່ກອງບັນຊາການ
ກຳລັງປະສົມແລະໂຮງການຕ່າງໆຂອງລັດຖຸະບານໃນເຂດທ້ອງຖິ່ນ.

ເກີດເຫດລະ​ເບີດ​ຢ່າງ​ແຮງຫຼາຍຄັ້ງແລະ​ສຽງ​ປືນດັງຂຶ້ນຕິດ​ຕໍ່​ກັນໃກ້ໆກອງບັນຊາການໃຫຍ່
ກຳລັງຊ່ອຍ​ເຫຼືອ​ຮັກສາ​ຄວາມ​ປອດ​ໄພ​ນາໆ​ຊາດ​ໃນ​ກຸງ​ຄາ​ບູລ.

ນອກນັ້ນຜູ້ສື່ຂ່າວຂອງວີໂອເອຍັງໃຫ້ການຢືນຢັນວ່າມີເຫດລະເບີດເກີດ ຂຶ້ນຢ່າງນ້ອຍ 2 ຄັ້ງ
ໃກ້ໆສະຖານທູດສະຫະລັດ.

ລາຍ​ງານ​ສື່​ມວນ​ຊົນ​ກ່າວ​ວ່າ ຄວາມ​ຮຸນ​ແຮງ​ດັ່ງກ່າວ​ມີ​ຈຸດ​ໃຈກາງ​ຢູ່ໃນຄຸ້ມ​ກາງ​ເມືອງ​ຂອງ​ກຸງ​
ຄາບູລ ​ໃກ້ໆ​ກັບ​ຄຸ້ມ​ສະຖານທູດ​ຕ່າງປະ​ເທດ​ຕັ້ງ​ຢູ່​ນັ້ນ.

ກຸ່ມ​ຕາ​ລີ​ບັນ​ກ່າວວ່າ ຕົນໄດ້​ເປີດ​ສາກ​ໂຈມ​ຕີ​ສະລະ​ຊີບຄັ້ງ​ໃຫຍ່​ຕໍ່​ຕຶກ​ໂຮງການ​ຂອງ​ລັດຖະ
ບານ​ຫລັງ​ນຶ່ງ​ແລະ​ພະ​ແນ​ກສືບ​ລັບຂອງ​ປະ​ເທດ​ນັ້ນ.

ຍັງບໍ່ມີ​ລາຍ​ງານແຈ້ງໃຫ້​ຊາບ​ກ່ຽວກັບການບາດເຈັບ​ລົ້ມ​ຕາຍເທື່ອໃນ​ເວລາ​ນີ້.

ການໂຈມຕີທີ່ວ່ານີ້ມີຂຶ້ນບໍ່ເທົ່າໃດມື້ ຫຼັງຈາກພວກກະບົດໄດ້ໂຈມຕີຄ້າຍທະຫານແຫ່ງນຶ່ງຂອງ
ອົງການເນໂຕ້ຢູ່ໃນເຂດພາກກາງຂອງອັຟການິສຖານ ທີ່ເຮັດໃຫ້ພົນລະເຮືອນອັຟການິສຖານ
4 ຄົນເສຍຊີວິດແລະອີກຫຼາຍກວ່າ 100 ຄົນໄດ້ຮັບບາດເຈັບ ຮວມທັງທະຫານອະເມຣິກັນ
77 ຄົນນຳດ້ວຍ.

XS
SM
MD
LG