ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ອັຟການີສຖານ ຍົກເລີກ ການດີນທາງໄປອັງກິດ ຍ້ອນເຫດລະເບີດ


ພວກຄົນລົ້ມຕາຍໃນເຫດການລະເບີດທີ່ອັຟການີສຖານ
ພວກຄົນລົ້ມຕາຍໃນເຫດການລະເບີດທີ່ອັຟການີສຖານ

ທ່ານ ຮາ​ມິດ ກາ​ຊາຍ ປະທານາທິບໍ​ດີ ອັຟກາ​ນີສຖານ ​ໄດ້​ເດີນທາງ​ກັບ​ຄືນອັຟກາ​ນີສຖານ​ ຍົກເລີກການຢ້ຽມຢາມ​ປະ​ເທດ​ອັງກິດ ຫລັງ​ຈາກ​ເຫດ ການ​ລ​ະ​ເບີດ​ສອງລູກໃນ​ອັ​ຟກາ​ນີສຖານ ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ 59 ຄົນ​ນັ້ນ.

ທ່ານ ກາ​ຊາຍ​ໄດ້​ເດີນທາງກັບຄືນ​ມາ​ເຖິງ​ນະຄອນ​ຫລວງ​ກາ​ບູລ​ເມື່ອ​ວັນ​ພຸດມື້ນີ້ ​ເພື່ອ​ຢ້ຽມຢາມ​ພວກ​ໄດ້​ຮັບ​ບາດ​ເຈັບ​ຫລາຍ​ກວ່າ 160 ຄົນ​ຈາກ​ເຫດລະ​ເບີດທັງສອງນັ້ນ. ທ່ານ​ໄດ້​ເດີນທາງ​ກັບ​ປະເທດ​ຈາກ​ປະ​ເທດ​ເຢຍ ຣະມັນ ບ່ອນ​ທີ່​ທ່ານ​ໄດ້ເຂົ້າຮ່ວມ​ກອງ​ປະຊຸມ​ກ່ຽວ​ກັບ​ອະນາຄົດ​ຂອງ​ອັຟກາ​ນີສຖານ​ນັ້ນ.

ນອກ​ນີ້​ແລ້ວພວກ​ໄວ້ອາ​ໄລ ຍັງ​ໄດ້​ເຕົ້າ​ໂຮມ​ກັນ​ເພື່ອ​ຝັງ​ສົບ​ພວກ​ເສຍ​ຊີວິດ ຢູ່​ໃນ​ເມືອງ​ຫລວງ​ກາ​ບູລ ບ່ອນ​ທີ່​ໃນ​ມື້​ວັນ​ອັງຄານ ມີ​ມື​ລະ​ເບີດສະຫລະ​ຊີບ​ຢ່າງນ້ອຍນຶ່ງ​ຄົນ ບີ​ບຂະ​ນວນ​ລະ​ເບີດ​ທີ່ໄດ້​ສັງຫານ 55 ຄົນ ​ໂຮມ​ທັງ ຊາ​ວອະ​ເມຣິກັນ​ຄົນ​ນຶ່ງ. ​ເຫດ​ລ​ະ​ເ​ບີ​ດ​ແມ່ນ​ເກີດ​ຂຶ້ນຢູ່​ໄກ້​ວັດ Abul Fazel ຂະນະ​ພວກ​ທີ່ນັບຖືສາສະໜາອິສລາມນິກາຍ Shi’ite ​ໄດ້​ເຕົ້າ​ໂຮມ​ກັນສະຫຼອງ​ບຸນ Ashura ຊຶ່ງ​ຖື​ເປັນ​ມື້​ສັກສິດ​ທີ່​ສຸດຂອງ​ຊາວ​ມຸສລິ​ມນິ​ກາຍ Shi’ite ນັ້ນ.

ລະ​ເບີດ​ລູກ​ທີ່​ສອງ ​ໄດ້​ສັງຫານ 4 ຄົນ ທີ່ວັດ ​ໃນ​ເມືອງ Mazar-e- Sharif ທາງ​ພາກ​ເໜືອ​ຂອງ​ປະ​ເທດ ​ແຕ່​ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ​ວ່າ ກຸ່ມ​ນິກາຍ Shi’ite ​ເຫ​ລົ່ານັ້ນ ​ເປັນ​ເປົ້າໝາຍ​ຂອງ​ລູກ​ລະ​ເບີດ​ຫລື​ບໍ່?

ໃນ​ການ​ໂຈມ​ຕີ​ອີກ​ບັ້ນ​ໃໝ່​ໃນ​ວັນ​ພຸດມື້​ນີ້ ພວກ​ເຈົ້າໜ້າ​ທີ່​ກ່າວ​ວ່າ ລະ​ເບີດ ​ແຄ​ມທາງ​ລູກ​ນຶ່ງ ​ໄດ້​ແຕກໃສ່ລົດບັສຄັນ​ນຶ່ງ ​ໃນ​ແຂວງ Helmand ທາງ ພາກ​ໃຕ້​ຂອງ​ອັຟກາ​ນີສຖານເຮັດໃຫ້ພົນລະ​ເຮືອນຢ່າງ​ໜ້ອຍ 19 ຄົນເສຍ ຊີວິດ ​ໃນ​ນັ້ນ​ມີ​ເດັກນ້ອຍຫ້າ​ຄົນ.

XS
SM
MD
LG