ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

48 ຄົນ ເສຍຊີວິດ ຈາກການໂຈມຕີ ທີ່ນະຄອນຫຼວງ ອັຟການິສຖານ


ປະຊາຊົນກໍາລັງຫລົບໜີຈາກເຫດລະເບີດສະຫລະຊີບ ທີ່ແນໃສ່ວັດ Shi'ite ແຫ່ງນຶ່ງໃນໃຈກາງເມືອງຫລວງ ກາບູລ ຂອງອັຟການີສຖານ ເມື່ອວັນທີ່ 6 ເດືອນນີ້
ປະຊາຊົນກໍາລັງຫລົບໜີຈາກເຫດລະເບີດສະຫລະຊີບ ທີ່ແນໃສ່ວັດ Shi'ite ແຫ່ງນຶ່ງໃນໃຈກາງເມືອງຫລວງ ກາບູລ ຂອງອັຟການີສຖານ ເມື່ອວັນທີ່ 6 ເດືອນນີ້

ພວກ​ເຈົ້າໜ້າ​ທີ່​ອັຟກາ​ນີສຖານ​ກ່າວ​ວ່າ ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 48 ຄົນ ​ຮວມທັງແມ່ຍິງ
ແລະເດັກນ້ອຍໃນ​ການໂຈມຕີດ້ວຍ​ລະ​ເບີດ​ສະຫລະ​ຊີບ​ບັ້ນ​ນຶ່ງ​ທີ່​ວັດ Shi’ite ​ແຫ່ງ​ນຶ່ງ ​ໃນ
ໃຈກາງ​ເມືອງ​ກາ​ບູລ.

ເຈົ້າໜ້າ​ທີ່​ກ່າວ​ວ່າມື​ລະ​ເບີດ​ສະຫລະ​ຊີບ​ໄດ້​ບີບຂະ​ນວນ​ລະ​ເບີດໃຫ້ແຕກຂຶ້ນ​ຢູ່​ໄກ້​ວັດ Abu
Fazel ​ໃນ​ຂະນະ​ທີ່​ພວກ​ສະ​ແຫວງ​ບຸນ​ໄດ້​ເຕົ້າ​ໂຮມ​ກັນ​ເມື່ອ​ວັນ​ອັງຄານ​ມື້​ນີ້ ​ເພື່ອ​ສະ​ເຫລີ​ມ
ສະຫລອງ​ງານ​ບຸນ Ashura ຂອງ​ພວກ​ນິກາຍ Shi’ite. ນອກນັ້ນຍັງມີຜູ້ໄດ້ຮັບບາດເຈັບ
ຫຼາຍກວ່າ 100 ຄົນ ຈາກເຫດລະເບີດດັ່ງກ່າວ.

ພວກທີ່ເຫັນເຫດການກ່າວວ່າ ມີພວກຄົນເຈັບເປັນຈຳນວນຫຼວງຫຼາຍໄດ້ ຖືກສົ່ງໄປຍັງໂຮງ
ໝໍບາງແຫ່ງຢູ່ໃນຂົງເຂດ.

ເຈົ້າໜ້າທີ່ກ່າວວ່າ ເປັນທີ່ຄາດກັນວ່າໂຕເລກຂອງພວກທີ່ບາດເຈັບລົ້ມຕາຍອາດຈະເພີ່ມຈຳ
ນວນຂຶ້ນ.

ໃນ​ຂະນະ​ດຽວກັນ ພວກ​ເຈົ້າໜ້າ​ທີ່​ກ່າວ​ວ່າ ​ເຫດລະ​ເບີດ​ລູກ​ທີ່​ສອງ ໄດ້​ແນເປົ້າໝາຍ​ໃສ່​ວັດ
ທີ່​ເມືອງ Mazar-e-Sharif ທາງ​ພາກ​ເໜືອ​ຂອງ​ປະເທດທີ່ໄດ້​ສັງຫານສີ່​ຄົນ ແຕ່​ຍັງ​ບໍ່​ເປັນ
ທີ່​ແຈ້ງ​ຂາວ​ວ່າພວກ Shi’ite ​ເປັນ​ເປົ້າໝາຍ​ຂອງ​ລະ​ເບີດ​ລູກ​ທີ່ສອງ​ນີ້​ຫລື​ບໍ່

ເວລາ​ນີ້​ຍັງ​ບໍ່​ມີ​ຝ່າຍ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໂດຍ​ທັນ​ທີ​ໃນການໂຈມຕີດ້ວຍ​ລະ​ເບີດ
ທັງສອງ​ບັ້ນ​ດັ່ງກ່າວ​ນີ້.

ງານ​ບຸນສິບ​ວັນທີ່ໄດ້ດໍາ​ເນີນ​ມາ​ຈົນ​ເຖິງ​ວັນ​ອັງຄານ​ມື້​ນີ້​ ຊຶ່ງມີ​ຄົນ​ເຂົ້າ​ຮ່ວມ​ຢ່າງໜາ​ແໜ້ນ​ນັ້ນ
ຖື​ວ່າ​ເ​ປັນ​ວັນພັກ​ທີ່​ສໍາຄັນ​ທີ່​ສຸດ​ຂອງ​ພວກ​ມຸສລິ​ມນິກາຍ Shi’ite ຊຶ່ງ​ງານບຸນ​ດັ່ງກ່າວ​ນີ້
ເປັນຂີດ​ໝາຍ​ຂອງ​ການເປັນນັກບຸນຫຼືຜູ້ສັກສິດ​ຂອງ​ພະອີໝຳ Hussein ທີ່ເປັນຫລານ
ຊາຍ​ຂອງພະສາສະດາ​ໂມ​ຮັມມັດ.

ປະທານາທິບໍດີອັຟການິສຖານ ທ່ານ Hamid Karzai ໄດ້ປະນາມການ ໂຈມຕີໃນທັນທີ
ໂດຍເວົ້າວ່າ ມັນເປັນເທື່ອທຳອິດທີ່ການໂຈມຕີຂອງພວກກໍ່ການຮ້າຍໄດ້ມີຂຶ້ນໃນວັນສຳຄັນ ທາງສາສະໜາຢູ່ໃນອັຟການິສຖານ.

XS
SM
MD
LG