ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການປະທ້ວງຕໍ່ຕ້ານ ການຈູດຄໍາພີ Quran ມື້ທີ 3 ໃນອັຟການີສຖານ


ພວກປະທ້ວງຕໍ່ຕ້ານການຈູດເຜົາຄໍາພີ Quran ທີ່ເມືອງ Jalalabad ທີ່ຢູ່ພາກຕາເວັນອອກຂອງອັຟການີສຖານ
ພວກປະທ້ວງຕໍ່ຕ້ານການຈູດເຜົາຄໍາພີ Quran ທີ່ເມືອງ Jalalabad ທີ່ຢູ່ພາກຕາເວັນອອກຂອງອັຟການີສຖານ

ການປະທ້ວງຕໍ່ຕ້ານການຈູດເຜົາ ຄໍາພີ Quran ມື້ທີ່ ສາມໂດຍໂບດສະຫະ ລັດແຫ່ງນຶ່ງໄດ້ເລີ່ມຕົ້ນຂຶ້ນໃນ ອາຟການີສຖານ ໂດຍພວກປະຊາຊົນຫລາຍຮ້ອຍຄົນ ທີ່ພາກັນຫລັ່ງໄຫລເຂົ້າສູ່ຖະໜົນສາຍຕ່າງໆໃນວັນອາທິດ ມື້ນີ້ໃນ ເມືອງກັນດາຮາ ພາກໃຕ້ຂອງອັຟການີສຖານໄປ ແລະເມືອງ Jalalabad ໃນພາກຕາເວັນອອກຂອງ ປະເທດ.

ການປະທ້ວງຄັ້ງນີ້ຍັງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 10
ຄົນ ແລະບາດເຈັບອີກ 83 ຄົນ ທີ່ເມືອງກັນດາຮາ ເມື່ອ
ວັນເສົາ ວານນີ້ ບ່ອນທີ່ພວກປະ ທ້ວງພາກັນເດີນປະທ້ວງ
ໄປຕາມຖະໜົນຕ່າງໆ ພ້ອມກັບຈູດລົດ ແລະຕຶກອາຄານ.

ເມື່ອວັນສຸກທີ່ຜ່ານມານີ້ ປະຊາຊົນກຸ່ມນຶ່ງໄດ້ບຸກເຂົ້າໄປໃນ
ບໍລິເວນອົງການສະຫະປະຊາຊາດໃນເມືອງ Mazar-i
-Sharif ພາກເໜືອຂອງປະເທດ ແລະໄດ້ສັງຫານພວກຄົນງານຕ່າງປະເທດ 7 ຄົນ.

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ປະນາມການຈູດເຜົາຄໍາພີ Quran ໂດຍກ່າວວ່າ ການທໍາລາຍປື້ມສັກສິດໃດໆກໍຕາມ ໂຮມທັງປື້ມຄໍາພີ Quran ນັ້ນ ຖືວ່າເປັນການກະ
ທໍາທີ່ບໍ່ອະນຸໂລມຜ່ອນຜັນ ແລະຫົວດື້ ແຕ່ທ່ານໂອບາມາຍັງໄດ້ເວົ້າອີກວ່າ ການຈູ່ໂຈມ ແລະການສັງຫານພວກປະຊາຊົນທີ່ບໍ່ມີຄວາມຜິດໃດໆນັ້ນ ຖືວ່າເປັນການຮຸນແຮງ
ຫລາຍທີ່ສຸດ ແລະດູໝິ່ນຄວາມມີສົມບັດຜູ້ດີ ແລະກຽດສັກສີຂອງປະຊາຊົນ.

ທ່ານ Staffan de Mistura ຜູ້ແທນພິເສດອົງການສະຫະປະຊາຊາດ ໃນເມືອງຫລວງ
ກາບູລ ກ່າວເມື່ອວັນເສົາວານນີ້ວ່າ ພວກກະບົດກຸ່ມນຶ່ງ ໄດ້ແຊກຊຶມເຂົ້າໄປໃນການປະ
ທ້ວງຂອງວັນສຸກຜ່ານມານນັ້ນ ແລະໄດ້ທໍາການບຸກໂຈມຕີຢ່າງຮຸນແຮງທີ່ມີຄົນເສຍຊີວິດ
ນັ້ນ.

XS
SM
MD
LG