ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານພັນທະມິດ 5 ຄົນ ເສຍຊີວິດ ໃນອັຟການີສຖານ


ນາງແສງຈັນ ດວງດາຣາ ຈາກເມືອງ South Sioux City ຖືຮູບ
ລູກຊາຍ ທ້າວ ຈອນ ດວງດາຣາ ຊຶ່ງເປັນຜູ້ນຶ່ງໃນພວກທະຫານ ທີ່ໄດ້ເສຍຊີວິດໄປນໍາເຮືອບີນເຮລີຄອບເຕີ ທຖຶກຍິງຕົກໃນອັຟການີສ ຖານ, ເມອວັນທີ 6 ສິງຫາ 2011
ນາງແສງຈັນ ດວງດາຣາ ຈາກເມືອງ South Sioux City ຖືຮູບ ລູກຊາຍ ທ້າວ ຈອນ ດວງດາຣາ ຊຶ່ງເປັນຜູ້ນຶ່ງໃນພວກທະຫານ ທີ່ໄດ້ເສຍຊີວິດໄປນໍາເຮືອບີນເຮລີຄອບເຕີ ທຖຶກຍິງຕົກໃນອັຟການີສ ຖານ, ເມອວັນທີ 6 ສິງຫາ 2011

























ກໍາ​ລັງ​ພັນທະ​ມິດ​ນາໆ​ຊາດ​ໃນ​ອັຟກາ​ນີສຖານ​ກ່າວ​ວ່າ ທະຫານ​ຂອງ​ຕົນ 5 ຄົນ​ເສຍ​ຊີວິດ
ຍ້ອນລະ​ເບີດ​ແຄມ​ທາງໃນ​ເຂດນຶ່ງ​ທາງ​ພາກ​ໃຕ້​ຂອງ​ອັຟກາ​ນີສຖານ.

ກອງ​ກໍາລັງ​ຊ່ອຍ​ເຫລືອ​ຮັກສາ​ຄວາມ​ປອດ​ໄພນາໆ​ຊາດ​ຫລື ISAF ກ່າວ​ວ່າ ພວກ​ທະຫານ
ເຫລົ່າ​ນີ້​ເສຍ​ຊີວິດ​ຍ້ອນ​ວັດຖຸ​ລະ​ເບີດ​ທີ່​ພວກ​ກະບົດເຮັດ​ເອົາ​ເອງ​ ​ແລະຫ້າງ​ໄວ້ແຄ​ມທາງ​ໃນ​
ວັນ​ພະຫັດ​ມື້​ນີ້ ​ແຕ່​ບໍ່​ໄດ້​ໃຫ້ລາຍ​ລະອຽດ.

ການ​ໂຈມ​ຕີ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ເວລາ​ບໍ່​ຮອດ 1 ສັບປະດາ​ຫລັງ​ຈາກ​ພວກທະຫານ​ອະ​ເມ​ລິ​ກັນ
30 ຄົນ​ແລະ​ທະຫານ​ອັຟກາ​ນີສຖານ 8 ຄົນ​ເສຍ ຊີວິດ​ເວລາ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ກອງທັບ​
ບົກ​ລຸ່ນ CH-47 ຕົກລົງ ຫລັງຈາກ​ຖືກ​ຍິງ​ໂດຍ​ພວກ​ກະບົດຕາ​ລີ​ບັນ​ນັ້ນ.

ໃນ​ວັນ​ພຸດ​ວານ​ນີ້ ຜູ້​ບັນຊາ​ການ​ກອງກໍາລັງ​ສະຫະລັດ​ແລະ​ເນ​ໂຕ້​ໃນ​ອັຟກາ​ນີສຖານ ນາຍ​
ພົນ John Allen ກ່າວ​ວ່າ ຝ່າຍ​ພັນທະ​ມິດໄດ້ທໍາ​ການ​ໂຈມ​ຕີ​ທາງ​ອາກາດ​ຢ່າງ​ແມ່​ນຢໍາ​ໃນ
ມື້ວານນີ້ ແລະໄດ້​ສັງຫານ​ພວກ​ນັກຕໍ່ສູ້ຫົວ​ຮຸນ​ແຮງ​ຂອງ​ກຸ່ມ​ຕາ​ລີ​ບັນ​ໄປ​ຫລາຍ​ຄົນ ຮວມ
ທັງ​ກະບົດ​ຜູ້ທີ່ຍິງ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ສະຫະລັດລໍານັ້ນ​ຕົກນໍາດ້ວຍ.

ແຕ່ພວກເຈົ້າ​ໜ້າ​ທີ່​ຕາ​ລີ​ບັນ​ໄດ້​ປະຕິ​ເສດ​ໃນ​ວັນ​ພະຫັດ​ມື້​ນີ້​ ຕໍ່​ລາຍ​ງານ​ຂ່າວ​ທີ່ວ່າ ນັກ​ຕໍ່ສູ້​
ຂອງ​ຕົນທີ່ເປັນ​ຜູ້ຍິງ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ຕົກ​ ​ໄດ້​ຖືກ​ຂ້າ​ຕາຍນັ້ນ ​ໂດຍ​ກ່າວ​ວ່າ ​ເວລາ​ນີ້
ຜູ້ກ່ຽວ​ກໍາ​ລັງ​ຫຍຸ້ງ​ຢູ່​ກັບ​ການໄປປະຕິບັດ​ພາລະກິດສັກສິດ​ ຫລື jihad ຢູ່​ບ່ອນ​ອື່ນ.

ໃນ​ເຫດເຮືອບິນ​ເຮ​ລີ​ຄອບ​ເຕີຖືກ​ຍິງ​ຕົກ​ໃນ​ວັນ​ເສົາ​ຜ່ານ​ມານັ້ນ ​ທະຫານ NAVY SEALS
ເສຍ​ຊີວິດ​ໄປ 17 ຄົນ ພ້ອມ​ທັງ​ທະຫານ​ໝ່ວຍລົບ​ພິ​ເສດ​ກອງທັບ​ເຮືອ 5 ຄົນ ທະຫານ​
ອາກາດ 3 ຄົນ ​ແລະ​ທະຫານ​ບົກ 5 ຄົນ. ລາຍ​ງານ​ຂ່າວ​ກ່ອນ​ໜ້າ​ນັ້ນ​ກ່າວ​ວ່າ ທະຫານ
NAVY SEALS 22 ຄົນ​ເສຍ​ຊີວິດ.

ນັບ​ວ່າ​ເປັນ​ການ​ສູນເສຍ​ຊີວິດ​ຄັ້ງ​ຮ້າຍ​ແຮງ​ທີ່​ສຸດ​ສໍາລັບ​ສະຫະລັດ ​ໃນ​ເຫດການ​ຄັ້ງ​ດຽວ
ໃນສົງຄາມທີ່​ໄດ້​ດໍາ​ເນີນ​ມາ​ເປັນ​ເວລາ 10 ປີ ໃນ​ອັຟກາ​ນີສຖານ​ນັ້ນ.

XS
SM
MD
LG