ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍ 20 ຄົນເສຍຊີວິດ ໃນການໂຈມຕີ 3 ບັ້ນ ທົ່ວອັຟການີສຖານ


ເຫດການລະເບີດສະຫລະຊີບໃນຂະຄອນກາບູລ ຂອງອັຟການີສຖານ ວັນທີ່ 29 ເດືອນຕຸລານີ້
ເຫດການລະເບີດສະຫລະຊີບໃນຂະຄອນກາບູລ ຂອງອັຟການີສຖານ ວັນທີ່ 29 ເດືອນຕຸລານີ້

ການໂຈມຕີສາມບັ້ນຂອງພວກກໍ່ການຮ້າຍເມື່ອວັນເສົາວານນີ້ຢູ່ທົ່ວອັຟການີສຖານນັ້ນ ທີ່ ຍັງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 20 ຄົນ ແລະບາດເຈັບ ອີກຫລາຍຮ້ອຍຄົນ.

ເຫດການໂຈມຕີຄັ້ງທໍາອິດ ຄົນລະເບີດສະຫລະຊີບຄົນນຶ່ງ ໄດ້ຂັບລົດທີ່ ບັນທຸກລະເບີດ ແລ່ນເຂົ້າຕໍາຂະບວນລົດລໍາລຽງຂອງກຸ່ມເນໂຕ້ ໃນເມືອງຫຼວງຄາບູລ ​ໂດຍໄດ້ສັງຫານ 17
ຄົນ ແລະບາດເຈັບອີກຢ່າງໜ້ອຍ 8 ຄົນ. ຖະແຫລງການສະບັບນຶ່ງຂອງກຸ່ມເນໂຕ້ກ່າວວ່າ
ໃນຈໍານວນຜູ້ເສຍຊີວິດນັ້ນ ມີທະຫານຂອງຕົນ 5 ຄົນ ພວກຮັບເໝົາພົນລະເຮືອນ 8 ຄົນ
ແລະ ຊາວອັຟການິສຖານ 4 ຄົນ.

ລາຍງານ​ເວົ້າວ່າ ​ໃນຈໍານວນຜູ້ເສຍຊີວິດນັ້ນ ຢ່າງໜ້ອຍ 12 ຄົນເປັນ ທະຫານແລະພະນັກ
ງານສະຫະລັດ ໃນຂະນະທີ່ກະຊວງປ້ອງກັນປະເທດຄານາດາໄດ້ຢືນຢັນວ່າ ນຶ່ງໃນນັ້ນແມ່ນ
ມາຈາກຄານາດາ.

ເຫດການຕ່າງຫາກອີກບັ້ນນຶ່ງ ຢູ່ໃນເຂດພາກໃຕ້ຂອງອັຟການີສຖານ ກຸ່ມເນໂຕ້ເວົ້າວ່າ ທະຫານຂອງຕົນສາມຄົນເສຍຊີວິດ ເວລາຄົນຜູ້ນຶ່ງທີ່ ນຸ່ງເຄື່ອງ​ແບບທະຫານກອງທັບແຫ່
ງຊາດອັຟການີສຖານ ໄດ້ໃຊ້ປືນ ຂອງຕົນ ຍິງກໍາລັງທະຫານອາຟການີສຖານແລະກໍາລັງ
ປະສົມ. ຜູ້ກ່ຽວກໍ​ໄດ້ຖືກສັງຫານ ​ໃນ​ເຫດ​ການດັ່ງກ່າວ.

ແລະທີ່ເມືອງ Asadabad ເມືອງຫລວງຂອງແຂວງ Kunar ທາງພາກ ຕາເວັນອອກສຽງ
ເໜືອຂອງປະເທດ ມືລະເບີດສະຫລະຊີບ​ແມ່ຍິງຄົນນຶ່ງ ໄດ້ເຮັດໃຫ້ຊາວອາຟການີສຖານ
ຫລາຍຄົນບາດເຈັບ ກ່ອນຈະຖືກສັງຫານ ຢູ່ນອກໂຮງການລັດຖະບານ.

ກຸ່ມຕາລີບານ​ໄດ້ອ້າງເອົາຄວາມຮັບຜິດຊອບສໍາລັບທັງການໂຈມຕີທີ່ຄາບູລ ແລະ ແຂວງ
Kunar.

XS
SM
MD
LG