ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

35 ຄົນເສຍຊີວິດ ໃນການໂຈມຕີສະລະຊີບ ທີ່ອັຟການີສຖານ


ເຫດການລະເບີດສະຫລະຊີບ ທີ່ເມືອງ Jalalabad ເຂດຕາເວັນອອກ
ຂອງອັຟການີສຖານ ເມື່ອວັນທີ່ 20 ເດືອນກຸມພາ
ເຫດການລະເບີດສະຫລະຊີບ ທີ່ເມືອງ Jalalabad ເຂດຕາເວັນອອກ ຂອງອັຟການີສຖານ ເມື່ອວັນທີ່ 20 ເດືອນກຸມພາ

ພວກເຈົ້າໜ້າທີ່ອັຟການີສຖານກ່າວວ່າ ຈໍານວນຄົນທີ່​ເສຍ​
ຊີວິດໃນການ ໂຈມຕີແບບສະລະຊີບບັ້ນນຶ່ງ ທີ່ທະນາຄານ
ແຫ່ງ ນຶ່ງໃນພາກຕາເວັນອອກຂອງອັຟການີສຖານໄດ້
ເພີ່ມສູງຂື້ນ​ເປັນຢ່າງໜ້ອຍ 35 ຄົນແລ້ວ ພ້ອມກັບມີຜູ້ໄດ້ ຮັບບາດເຈັບອີກ ຫລາຍກວ່າ 70 ຄົນ.

ກ່ອນໜ້ານີ້ ພວກເຈົ້າໜ້າທີ່ອັຟການີສຖານໄດ້ໃຫ້ຕົວເລກ
ຜູ້ເສຍຊີວິດຍ້ອນເຫດການດັ່ງກ່າວນີ້ວ່າ ມີ 18 ຄົນ. ເຈົ້າ
ໜ້າທີ່ກ່າວວ່າ ພວກຫົວຮຸນແຮງຈໍານວນ 7 ຄົນ ທີ່ປະ
ກອບອາວຸດດ້ວຍປືນ ແລະ​ໃສ່ເສື້ອລະເບີດສະລະຊີບໄດ້
ບຸກເຂົ້າໂຈມຕີທະນາຄານກາບູລ ສາຂາເມືອງ Jalalabad
ໃນຕອນເຊົ້າວັນເສົາວານ​ນີ້ ​ແລະໄດ້ປະທະກັບພວກກໍາລັງ
ຮັກສາຄວາມປອດໄພ ເປັນເວລາຫລາຍຊົ່ວໂມງ.

ທະນາຄານດັ່ງກ່າວແມ່ນເປັນຜູ້ເບີກເງິນໃຫ້ພວກຕໍາ
ຫລວດແລະທະຫານຂອງອັຟການີສຖານ ຈໍານວນ
ຜູ້ເສຍຊີວິດ ແມ່ນມີໂຮມທັງພົນລະເຮືອນ ແລະພວກພະນັກງານຮັກສາຄວາມປອດໄພ ທີ່
ພາກັນເຂົ້າໄປເບີກເງິນເດືອນຢູ່ທະນາຄານ ທີ່ເກີດເຫດນັ້ນ. ພວກຫົວຮຸນແຮງຕາລິບັນ​ໄດ້
ອ້າງ​ເອົາ ຄວາມຮັບຜິດຊອບ ຕໍ່ເຫດການໂຈມຕີສະລະຊີບຄັ້ງນີ້.

XS
SM
MD
LG