ເຈົ້າໜ້າທີ່ອົງການ NATO ກ່າວວ່າ ພວກຫົວຮຸນແຮງໃນອັຟການິນຖານໄດ້ຍິງຈະຫຼວດໂຈມຕີຖານທັບອາກາດແຫ່ງນຶ່ງຂອງສະຫະລັດ ໃນອັຟການິສຖານ ໃນຕອນເຊົ້າຂອງວັນອັງຄານມື້ນີ້ ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ເຮືອບິນລຳນຶ່ງທີ່ໃຊ້ໂດຍຜູ້ບັນຊາການທະຫານສະຫະລັດ.
ປະທານເສນາທິການຮ່ວມ ຂອງກອງທັບສະຫະລັດ ນາຍພົນ Martin Dempsey ບໍ່ໄດ້ຢູ່ໃນເຮືອບິນ ໃນເວລາທີ່ມີການຍິງໂຈມຕີ. ຕໍ່ມາທ່ານໄດ້ເດີນ ທາງອອກຈາກຖານທັບແຫ່ງນັ້ນໂດຍໄຊ້ເຮືອບິນລໍາໃໝ່. ການໂຈມຕີເຮັດໃຫ້ພະນັກງານພາກພື້ນດິນສອງຄົນ ໄດ້ຮັບບາດເຈັບນ້ອຍນຶ່ງ.
ການຍິງໂຈມຕີແບບກະຈັດກະຈາຍບໍ່ເປັນທີ່ແປກຫຍັງເລີຍຢູ່ຖານທັບ Bagram. ແຕ່ວ່າພວກກະບົດທາລິບານ ບໍ່ຄ່ອຍສ້າງຄວາມເສຍຫາຍ ຫລື ເຮັດໃຫ້ມີການບາດເຈັບຮ້າຍແຮງແຕ່ຢ່າງໃດຢູ່ທີ່ຖານທັບ ຊຶ່ງຕັ້ງຢູ່ທາງທິດເໜືອຂອງນະຄອນ ຫຼວງ Kabul ນັ້ນ.
ໂຄສົກອົງການ NOTA ກ່າວວ່າ ການໂຈມຕີບໍ່ໄດ້ຂົ່ມຂູ່ຕໍ່ຄວາມປອດໄພຂອງ ນາຍພົນ Dempsey ຫລືພະນັກງານຂອງທ່ານ ຜູ້ທີ່ເຂົາເຈົ້າກ່າວວ່າ “ບໍ່ໄດ້ຢູ່ໃກ້” ເຮືອບິນ
ເວລາລູກຈະຫຼວດຕົກລົງໃສ່ ໃກ້ກັບບ່ອນເຮືອບິນຈອດຢູ່ນັ້ນ.
ນາຍພົນ Dempsey ໄດ້ເດີນທາງໄປເຖິງອັຟການິສຖານ ໃນວັນຈັນວານນີ້ ເພື່ອຫາລືກັບບັນດາຜູ້ບັນຊາການຂອງອົງການ NATO ແລະອັຟການິສຖານ ທີ່ເນັ້ນໜັກໃສ່ການສັງຫານທະຫານຕ່າງປະເທດ ທີ່ມີມາເປັນລຳດັບຫວ່າງມໍ່ໆມານີ້ ໂດຍກໍາລັງຮັກສາຄວາມປອດໄພຂອງອັຟການິສຖານ.