ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ສົ່ງລົດຖັງ ໄປອັຟການິສຖານ


ລົດຖັງ M1 Abrams ຂອງສະຫະລັດ
ລົດຖັງ M1 Abrams ຂອງສະຫະລັດ

ໜັງສືພິມທີ່ສຳຄັນສະບັບນຶ່ງຂອງສະຫະລັດລາຍງານວ່າ
ສະຫະລັດພວມຈັດສົ່ງລົດຖັງສູ້ລົບໄປຍັງອັຟການິສຖານ
ເປັນເທື່ອທຳອິດ ໃນສົງຄາມຕໍ່ຕ້ານພວກທາລີບານທີ່ດຳ
ເນີນມາເປັນເວລາ 9 ປີ.

ໜັງສືພິມ Washington Post ລາຍງານໃນວັນສຸກມື້
ນີ້ວ່ານາຍພົນ David Petraeus ຜູ້ບັນຊາການກຳລັງ
ສະຫະລັດ ແລະອົງການເນໂຕ້ ໃນອັຟການິສຖານ ໄດ້
ໃຫ້ການອະນຸມັດຕໍ່ການຈັດສົ່ງລົດຖັງສູ້ລົບ ປະມານ 16
ຄັນໄປຍັງອັຟການິສ ຖານໃນເດືອນແລ້ວ.

ໜັງສືພິມຂອງສະຫະລັດສະບັບນີ້ລາຍງານວ່າໃນຂັ້ນຕົ້ນລົດຖັງ M1 Abrams ຈະຖືກທະ
ຫານມາຣີນນຳໄປໃຊ້ທີ່ແຂວງ Helmand ໃນພາກຕາເວັນຕົກສຽງໃຕ້ຂອງອັຟການິສຖານ ບ່ອນທີ່ທະຫານມາຣີນພວມທຳການສູ້ລົບຢ່າງຂຸ້ນຂ້ຽວກັບພວກກະບົດທາລີບານນັ້ນ.

ໜັງສືພິມສະບັບນີ້ເວົ້າວ່າລົດຖັງ M1 Abrams ທີ່ໜັກ 68 ໂຕນສາມາດຍິງທຳລາຍເຮືອນ
ທີ່ຕັ້ງຢູ່ຫ່າງໄກກວ່າ 1 ໄມລ໌ໄດ້.

ນາຍທະຫານສະຫະລັດຄົນນຶ່ງກ່າວຕໍ່ໜັງສືພິມ Washington Post ວ່າ ລົດຖັງດັ່ງກ່າວ
ຈະສ້າງຄວາມຢ້ານກົວ ຕື່ນຕົກໃຈ ແລະປະສິດທິພາບໃນການຍິງ ທຳລາຍສັດຕູ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ຍາມໃດລົດຖັງເຫຼົ່ານີ້ຈຶ່ງຈະສົ່ງ ໄປຮອດອັຟການິສຖານ.

XS
SM
MD
LG