ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາອັຟການິສຖານ ອະນຸມັດ ຂໍ້ຕົກລົງ ກັບສະຫະລັດ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ (ຊ້າຍ) ກັບປະທານາທິບໍດີອັຟການິສຖານ ທ່ານຮາມິດ ກາໄຊ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ (ຊ້າຍ) ກັບປະທານາທິບໍດີອັຟການິສຖານ ທ່ານຮາມິດ ກາໄຊ

ສະພາອັຟກາ​ນິສຖານ​ໄດ້​ໃຫ້ການ​ອະນຸມັດ​ຕໍ່​ຂໍ້​ຕົກລົງ​ຍຸດ​ທະ​ສາດ​ລະຫວ່າງ​ອັຟກາ​ນິສຖານ
​ແລະ​ສະຫະລັດ.

ຂໍ້​ຕົກລົງ​ດັ່ງກ່າວ ​ໄດ້​ຮັບ​ການ​ອະນຸມັດ​ໃນ​ວັນ​ເສົາ​ມື້ນີ້ ຢູ່​ໃນ​ສະພາ​ຕໍ່າ ຊຶ່ງ​ມີສະມາຊິກ​ຫຼາຍ
ກວ່າ 150 ຄົນ​ພາກັນ​ໄປ​ລົງ​ຄະ​ແນນ​ສຽງ. ມີ​ສະມາຊິກ​ສະພາໃນ​ຈຳນວນ​ເລັກ​ນ້ອຍ​ທໍ່​ນັ້ນ​
ໄດ້​ອອກສຽງ​ຄັດຄ້ານ.

ຂໍ້​ຕົກລົງ​ທີ່​ວ່າ​ນີ້ ​ແມ່ນ​ກວມ​ລວມ​ເລື່ອງ​ຄວາມ​ໝັ້ນຄົງ ​ເສດຖະກິດ​ແລະ​ການປົກຄອງພ້ອມ
ທັງ​ເວົ້າ​ເຖິງ​ຄວາມ​ສຳພັນ​ລະຫວ່າງ​ສະຫະລັດ ​ກັບ​ອັຟກາ​ນິສຖານ​ຫຼັງຈາກ​ປີ 2014 ​ເວລາ
​ກອງ​ກຳລັງ​ທະຫານ​ສ່ວນ​ໃຫຍ່ ​ຂອງ​ອົງການ​ເນໂຕ້ ​ມີແຜນການ​ທີ່​ຈະ​ຢຸດ​ເຊົາ ການ​ມີ​ບົດ
ບາດ​ໃນ​ການ​ສູ້​ລົບ. ຂໍ້​ຕົກລົງ​ບໍ່ໄດ້​ໃຫ້ຄວາມ​ໝາຍ​ໝັ້ນ​ໃດໆ​ກ່ຽວ​ກັບ​ການ​ມີໜ້າແບບ​ສະ
​ເພາະ​ເຈາະ​ຈົງຂອງ​ກຳລັງ​ທະຫານສະຫະລັດ​ຢູ່​ໃນ​ປະ​ເທດ​ດັ່ງກ່າວແຕ່​ສະຫະລັດ​ໄດ້​ໃຫ້​ຄຳ
​ໝັ້ນສັນຍາທີ່​ຈະ​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ອັຟກາ​ນິສຖານ​ເປັນ​ເວລາ​ຢ່າງ​ນ້ອຍ​ນຶ່ງ​ທົດ​ສະ​ວັດ
ຫຼັງຈາກ​ກຳລັງ​ສູ້​ລົ​ບຂອງ​ຕ່າງປະ​ເທດ​ສ່ວນ​ໃຫຍ່​ຖອນ​ອອກ​ໄປ​ແລ້ວ.

ຂໍ້​ຕົກລົງ​ສະບັບ​ນີ້ອຳນວຍ​ໃຫ້​ສະຫະລັດ​ຮັກສາ​ກຳລັງ​ທະຫານໄວ້ໃນ​ຈຳນວນ​ທີ່​ຫຼຸດລົງ​ມາ
ຢູ່​ໃນ​ອັຟກາ​ນິສຖານ​ ເພື່ອ​ສືບ​ຕໍ່​ໃຫ້ການ​ຝຶກ​ແອບ ​ແກ່​ກຳລັງ​ຂອງອັຟກາ​ນິສຖານ​ ແລະ​
ການ​ປະຕິບັດ​ງານ​ທີ່​ແນ​ໃສ່​ກຸ່ມ​ກໍ່​ການ​ຮ້າຍ​ອາລກາຍ​ດາ.

ປະທານາທິບໍດີີ​ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ ​ແລະ ​ປະທານາທິບໍດີ​ອັຟກາ​ນິສຖານ
ທ່ານ​ຮາ​ມິດ ກາ​ໄຊ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ດັ່ງກ່າວທີ່​ນະຄອນຫຼວງກາ​ບູລ ​ໃນຕົ້ນ​ເດືອນ​
ນີ້.

XS
SM
MD
LG