ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄວາມສໍາພັນ ລະຫວ່າງ ກຳລັງສະຫະລັດ ແລະ ອັຟການີສຖານ ຍັງເຂັ້ມແຂງ (ເບິ່ງວີດີໂອ)


ນາຍພົນ John Allen ຜູ້ບັນຊາການ ກອງທັບສະຫະລັດ ໃນອັຟການີສຖານ ໃຫ້ການຕໍ່ສະພາຕໍ່າ ຂອງສະຫະ ລັດ
ນາຍພົນ John Allen ຜູ້ບັນຊາການ ກອງທັບສະຫະລັດ ໃນອັຟການີສຖານ ໃຫ້ການຕໍ່ສະພາຕໍ່າ ຂອງສະຫະ ລັດ

ຜູ້​ບັນຊາ​ການສູງ​ສຸດຂອງ​ສະຫະລັດ​ແລະ​ອົງການເນ​ໂຕ້​ໃນ​ອາ​ຟກາ​ນີສຖານ​ກ່າວວ່າ
ຄວາມສໍາພັນລະຫວ່າງ​ກໍາລັງ​ປະສົມ ແລະກຳລັງ​ອັຟກາ​ນີສຖານ​ນັ້ນ​ຍັງ​ຄົງເຂັ້ມ​ແຂງ ​ແລະ
ວ່າການ​ປະຕິບັດ​ການ​ທາງ​ທະຫານ​ເພື່ອ​ທັບ​ມ້າງ​ບ່ອນ​ລີ້​ຊ່ອນຂອງ​ພວກ​ອາ​ລຄາ​ອີ​ດາ​ຢູ່​ໃນ
ອັຟກາ​ນີສຖານ​ນັ້ນ​ກໍາ​ລັງ​ດໍ​າ​ເນີນ​ໄປ​ຢ່າງບໍ່​ລົດ​ລະເຖິງ​ແມ່ນ​ຈະ​ມີເຫດການ​ທີ່​ບັ່ນ​ທອນ
ຄວາມ​ສໍາພັນ​ເມື່ອ​ໝໍ່ໆ​ມາ​ນີ້​ກໍ​ຕາມ.

ນາຍ​ພົນ John Allen ທີ່​ເປັນ​ທະຫານມາຣີນສະຫະລັດໄດ້​ບອກ​ຄະນະ​ກໍາມະການ​ຂອງ
ສະພາ​ຕໍ່າ​ສະຫະລັດ ​ເມື່ອ​ວັນ​ອັງຄານ​ວານ​ນີ້​ວ່າ ຢູ່​ໃນ​ສະຖານະການ​ສູ້​ລົບ​ປາບ​ປາມ​ພວກ​
ກໍ່​ການ​ຮ້າຍໃດໆ​ກໍ​ຕາມ ຈະມີ​ທັງ​ການ​ປະ ສົບ​ຜົນສໍາ​ເລັດ​ ​ແລະ​ການ​ປະ​ເຊີນ​ກັບ​ບັນຫາ
ຊຶ່ງ​ປົກກະຕິ​ແລ້ວ​ຈະ​ຢູ່​ໃນ​ເວ ລາແລະສະຖານ​ທີ່​ດຽວ​ກັນ. ນາຍ​ພົນແອ​ລ​ເລນກ່າວ​ວ່າ ກໍາ
ລັງໃຈ​ຂອງ​ກອງທັບ​ສະຫະລັດ​ຍັງ​ສູງ​ຢູ່​ສະ​ເໜີ ​ເຖິງ​ແມ່ນໄດ້​ເກີດ​ໃນ​ອັນທີ່​ທ່ານ​ເອີ້ນ​ວ່າ
ເປັນ​ເຫດການ​ທີ່​ຊອກ​ຊໍ້າ​ໃຈ​ທີ່​ສຸດ​ນັ້ນ​ກໍ​ຕາມ.

ນາຍ​ພົນ Allen ​ກ່າວ​ຕໍ່​ໄປ​ວ່າ ​ເຖິງ​ແມ່ນ​ຈະ​ມີ​ພາລະ​ທີ່​ລໍາບາກ​ ແລະ​ອັນ ຕະລາຍ​ຂວາງ
ໜ້າ​ຢູ່​ກໍ​ຕາມ ​ແຕ່​ກໍ​ມີ​ຄວາມ​ກ້າວໜ້າ​ທີ່​ເປັນ​ຈິງ​ແລະ​ຍືນ​ຍົງ. ທ່ານ​ນາຍ​ພົນ​ກ່າວ​ອີກ​ວ່າ ກໍາ
ລັງ​ຂອງ​ສະຫະ​ລັດ​ແລະ​ອັຟກາ​ນີສຖານ ​ໄດ້​ສ້າງ​ຄວາມ​ສູນ​ເສຍ​ຢ່າງ​ໜັກ​ຕໍ່​ການ​ກໍ່​ກະບົດ
ແລະ​ວ່າ​ກໍາລັງ​ຂອງ​ອັຟກາ​ນີສຖານ​ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຜູ້​ນໍາພາປະຕິ​ບັດກ່ຽວ​ກັບ​ການ
ຮັກສາ​ຄວາມ​ປອດ​ໄພ​ຂອງ​ປະ​ເທດ​ຊາດ​ນັ້ນ.

ນາຍ​ພົນ​ແອ​ລ​ເລນ ບອກ​ຄະນະ​ກໍາມະການ​ວ່າ ທະຫານ​ຂອງ​ກໍາລັງ ປະສົມໄດ້​ເສຍ​ຊີວິດ
ໄປ​ແລ້ວ 60 ຄົນ​ ໃນ​ການ​ສູ້​ລົບນັບ​ຕັ້ງ​ແຕ່​ເດືອນມັງກອນເປັນ​ຕົ້ນ​ມາ ​ໃນ​ຈໍານວນ​ນັ້ນ
ປາກົດ​ວ່າ​ 13 ຄົນ​ແມ່ນ​ຕາຍ​ຍ້ອນ ນໍ້າມື​ຂອງ​ກຳລັງ​ຮັກສາ​ຄວາມ​ສະຫງົບ​ຂອງ​ອັຟກາ​
ນິສຖານ.

ກຸ່ມ​ເນ​ໂຕ້​ກໍາລັງ​ດໍ​າ​ເນີນ​ການມອບໂອນ​ການຮັກສາຄວາມ​ປອດ​ໄພ​ໃຫ້​ແກ່ ກອງທັບ​ອັຟ
ກາ​ນີສຖານ ​ໂດຍ​ທີ່​ກຳລັງ​ສູ້ລົບທັງ​ໝົດ​ຂອງ​ຕ່າງປະ​ເທດ ຕຽມ​ທີ່​ຈະ​ຖອນ​ອອກ​ຈາກ​ອັຟ
ກາ​ນີສຖານ ພາຍ​ໃນ​ທ້າຍ​ປີ 2014.

XS
SM
MD
LG