ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄວາມຮຸນແຮງໃນ ອັຟການິສຖານ


ຊາວອັຟການິສຖານ ພວມຫຸ້ມເບິ່ງ ບ່ອນທີ່ມີການໂຈມຕີ ສະລະຊີບ ທີ່ເຮັດໃຫ້ ຮອງເຈົ້າແຂວງໆ Ghazni ແລະຄົນອື່ນໆອີກ 5 ຄົນເສຍຊີວິດ (28 ກັນຍາ 2010)
ຊາວອັຟການິສຖານ ພວມຫຸ້ມເບິ່ງ ບ່ອນທີ່ມີການໂຈມຕີ ສະລະຊີບ ທີ່ເຮັດໃຫ້ ຮອງເຈົ້າແຂວງໆ Ghazni ແລະຄົນອື່ນໆອີກ 5 ຄົນເສຍຊີວິດ (28 ກັນຍາ 2010)

ຕຳຫຼວດອັຟການິສຖານກ່າວວ່າ ຜູ້ໂຈມຕີສະລະຊີບຄົນນຶ່ງ ໄດ້ສັງຫານຮອງເຈົ້າແຂວງ ແລະອີກຢ່າງນ້ອຍ 5 ຄົນ ທີ່ ແຂວງ Ghazni ທີ່ມີຄວາມວຸ້ນວາຍໃນພາກຕາເວັນອອກ ຂອງປະເທດດັ່ງກ່າວ.

ການໂຈມຕີໃນວັນອັງຄານມື້ນີ້ ເຮັດໃຫ້ຮອງເຈົ້າແຂວງໆ Ghazni ທ່ານ Mohammad Kazim Allahyar ຕະ ຫຼອດທັງລູກຊາຍ ທີ່ໃຫຍ່ແລ້ວຂອງທ່ານ ເສຍຊີວິດ. ຕຳ ຫຼວດກ່າວວ່າ ລົດຂອງທ່ານ Allahyar ພວມຢູ່ໃນລະ ຫວ່າງການເດີນທາງໄປຍັງໂຮງການຂອງທ່ານ ໃນເມືອງ Ghazni ເວລາການໂຈມຕີເກີດຂຶ້ນ. ເຫດລະເບີດໃນຄັ້ງນີ້ ຍັງເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ ອີກຢ່າງນ້ອຍ 8 ຄົນ.

ໃນຄຳປາໄສ ທີ່ສະແດງອອກຊຶ່ງຄວາມຮູ້ສຶກສະເທືອນອາລົມ ທີ່ນະຄອນຫຼວງກາບູລນັ້ນ ປະທານາທິບໍດີຮາມິດ ກາໄຊໄດ້ປະນາມການກໍ່ຄວາມຮຸນແຮງທີ່ວ່ານີ້ແລະເວົ້າວ່າ ທ່ານ ມີຄວາມວິຕົກກັງວົນຢ້ານວ່າ ມັນຈະບັງຄັບໃຫ້ພວກໜຸ່ມນ້ອຍອັຟການິສຖານຕ້ອງໄດ້ໜີ ອອກຈາກປະເທດໄປ.

ນໍ້າຕາຂອງທ່ານກາ​ໄຊໄດ້ໄຫຼອອກມາໃນຕອນນຶ່ງແລະທ່ານເວົ້າວ່າ ທ່ານບໍ່ຢາກໃຫ້ລູກຊາຍ ຂອງທ່ານ ຄືທ້າວ Mirwais ກາຍເປັນຊາວຕ່່າງປະເທດ.

ຄຳໄສທີ່ວ່ານີ້ ແມ່ນກ່ຽວກັບເລື່ອງການສຶກສາຢູ່ໃນອັຟການິສຖານ ແລະທ່ານກາໄຊເວົ້າວ່າ ພວກເດັກນ້ອຍ ບໍ່ສາມາດໄປໂຮງຮຽນໄດ້ ຍ້ອນ​ໄພຂົ່ມຂູ່ຈາກການວາງ​ລະ​ເບີດ ແລະ​ການ ໂຈມຕີສະລະຊີບ.

XS
SM
MD
LG