ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ແຕ່ງຕັ້ງຜູ້ຕາງໜ້າ ຄົນໃໝ່ ປະຈຳອັຟການິສຖານ


ແຜນທີ່ອັຟການິສຖານ
ແຜນທີ່ອັຟການິສຖານ

ເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ Ban Ki-moon ໄດ້ແຕ່ງຕັ້ງໃຫ້ນັກການ
ທູດສະໂລວັກ ທ່ານ Jan Kubis ເປັນຜູ້ຕາງໜ້າພິເສດແລະຫົວໜ້າອົງການສະຫະປະຊາ
ຊາດປະຈຳອັຟການິສຖານ.

ທ່ານ Kubis ຮັບໜ້າທີ່ຕໍ່ຈາກທ່ານ Staffan de Mistura ຈາກສະວີເດັນຊຶ່ງຈະ​ພົ້ນ​ຈາກ
ຕຳແໜ່ງ​ໄປ ໃນວັນທີ 31 ທັນວາປີນີ້.

ໃນຖະແຫຼງການສະບັບນຶ່ງ ທີ່ນຳອອກເຜີຍແຜ່ໃນວັນພຸດວານນີ້ທ່ານ Ban ເວົ້າວ່າ ທ່ານ
ຂໍສະແດງຄວາມຮູ້ບຸນຄຸນຕໍ່ທ່ານ Mistura ໃນການອຸທິດຕົນແລະເປັນຜູ້ນຳພາໃນການປະ ຕິບັດງານຂອງອົງການສະຫະປະຊາຊາດ ຊຶ່ງເປັນບ່ອນປະຈຳການທີ່ທ້າທາຍທີ່ສຸດບ່ອນນຶ່ງ ໃນໄລຍະເວລາທີ່ມີການທ້າທາຍທີ່ສຸດນັ້ນ.

ຖະແຫຼງການເວົ້າວ່າ ທ່ານ Kubis ຊຶ່ງຮັບໜ້າທີ່ເປັນເລຂາທິການບໍລິຫານຂອງຄະນະກຳ
ມາທິການເສດຖະກິດ ສຳລັບເຂດຢູໂຣບຂອງສະຫະປະຊາຊາດ ນັບແຕ່ປີ 2009 ມານັ້ນ
ແມ່ນໄດ້ນຳເອົາປະສົບພະການ ດົນກວ່າ 3 ທົດສະວັດໃນຂົງເຂດວຽກງານທາງດ້ານການ
ທູດ ນະໂຍບາຍການຕ່າງປະເທດແລະຄວາມໝັ້ນຄົງ ຕະຫຼອດທັງຄວາມສຳພັນທາງດ້ານ
ເສດຖະກິດນາໆຊາດຕິດຕົວມານຳ.

ໃນ​ອີກ​ຂ່າວ​ນຶ່ງ​ນັ້ນ ໃນມື້ວັນພຸດວານນີ້ ກຳລັງຮັກສາຄວາມສະຫງົບຮ່ວມອັຟການິສຖານ
ແລະກຳລັງປະສົມ ຈັບໄດ້ພວກຜູ້ນຳຂອງກຸ່ມທາລີບານແລະກຸ່ມຮັກການີຫຼາຍໆຄົນໃນທົ່ວ
ປະເທດ.

ຖະແຫຼງຂ່າວສະບັບນຶ່ງ ຂອງອົງການເນໂຕ້ ແຈ້ງວ່າ ຜູ້ນຳຂອງກຸ່ມທາລີບານນາຍ Wali
Mohammad ແລະພັກພວກອີກ 4 ຄົນໄດ້ຖືກຈັບໃນເຂດເມືອງ Nahr-e Saraj ແຂວງ
Helmand. ນາຍ Mohammad ເປັນຜູ້ຢູ່ເບື້ອງຫຼັງ ການໂຈມຕີສະລະຊີບຫຼາຍໆຄັ້ງແລະ
ການໂຈມຕີອືນໆຕໍ່ພົນເຮືອນໃນເຂດທ້ອງຖິ່ນ. ນອກນັ້ນກຳລັງຮັກສາຄວາມສະຫງົບຍັງຈັບ
ໄດ້ວັດຖຸເຮັດລະເບີດອີກເປັນຈຳນວນຫຼວງຫຼາຍ.

XS
SM
MD
LG