ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພົນລະເຮືອນເສຍຊີວິດເພີ້ມຂຶ້ນ ໃນອັຟການິສຖານ


ພົນລະເຮືອນເສຍຊີວິດເພີ້ມຂຶ້ນ ໃນອັຟການິສຖານ
ພົນລະເຮືອນເສຍຊີວິດເພີ້ມຂຶ້ນ ໃນອັຟການິສຖານ

ອົງການສະຫະປະຊາຊາດ ກ່າວວ່າ ຈຳນວນພົນລະເຮືອນ ທີ່ບາດເຈັບລົ້ມຕາຍ ຢູ່ໃນອັຟການິສຖານ ເພີ້ມທະວີຂຶ້ນ ​ໂດຍທີ່ພວກກະບົດ ເປັນຜູ້ຮັບຜິດຊອບຫລາຍຂຶ້ນ ຕໍ່ການ ບາດເຈັບລົ້ມຕາຍເຫຼົ່ານັ້ນ.

ໃນລາຍງານສະບັບນຶ່ງ ທີ່ນຳອອກເຜີຍແຜ່ ທີ່ນະຄອນຫຼວງ ກາບູລ ໃນວັນອັງຄານມື້ນີ້ ອົງການສະຫະປະຊາຊາດ ເວົ້າວ່າ ຈຳນວນພົນລະເຮືອນ ທີ່ເສຍຊີວິດ ຫຼືໄດ້ຮັບເຈັບ ຢູ່ໃນອັຟການິສຖານ ໄດ້ເພີ້ມຂຶ້ນ 31% ໃນໄລຍະ 6 ເດືອນທຳອິດ ຂອງປີນີ້. ໂຕເລກດັ່ງກ່າວ ແມ່ນຮວມທັງ ພົນລະເຮືອນ ທີ່ເສຍຊີວິດ ເກືອບ 1,300 ຄົນ ແລະບາດເຈັບ 2,000 ຄົນ.

ອົງການສະຫະປະຊາຊາດ ກ່າວວ່າ ກຳລັງຕໍ່ຕ້ານລັດຖະບານ ເປັນຜູ້ຮັບຜິດຊອບ ຕໍ່ການ ບາດເຈັບລົ້ມຕາຍເຫຼົ່ານີ້ 76% ເພີ້ມຂຶ້ນຈາກ 53% ໃນປີທີແລ້ວ. ລາຍງານເວົ້າວ່າ 12% ຂອງພວກບາດເຈັບລົ້ມຕາຍ ແມ່ນເປັນຍ້ອນ ການປະຕິບັດງານ ຂອງທະຫານ ສະຫະລັດ ອົງການເນໂຕ້ ແລະກຳລັງອື່ນໆ ທີ່ນິຍົມລັດຖະບານ.

ຜູ້ບັນຊາການ ກຳລັງທະຫານສະຫະລັດ ແລະອົງການເນໂຕ້ ໃນອັຟການິສຖານ ນາຍພົນ DAVID PETRAEUS ກ່າວວ່າ ກຳລັງປະສົມ ຕ້ອງສືບຕໍ່ ດຳເນີນງານ ເພື່ອປ້ອງກັນບໍ່ໃຫ້ ມີພົນລະເຮືອນເສຍຊີວິດ ບໍ່ວ່າຈາກຝ່າຍໃດກໍຕາມ. ທ່ານເວົ້າວ່າ ການເສຍຊີວິດ ຂອງຊາວ ອັຟການິສຖານແຕ່ລະຄົນນັ້ນ ແມ່ນເຮັດໃຫ້ຈຸດມຸ່ງໝາຍ ຂອງກຳລັງປະສົມ ຫຼຸດນ້ອຍ ຖອຍລົງ.

ນອກນັ້ນ ໃນວັນອັງຄານມື້ນີ້ ໜັງສືພິມ THE WALL STREET JOURNAL ຍັງລາຍງານ ວ່າ ກຸ່ມປົກປ້ອງສິດທິມະນຸດ 5 ອົງການໄດ້ຮ້ອງຂໍໃຫ້ເວັບໄຊທ໌ WIKILEAKS ດຳເນີນການດີກວ່ານີ້ ໃນການລຶບຊື່ຕ່າງໆ ໃນເອກກະສານລັບ ຈຳນວນຫຼາຍພັນໜ້າ ທີ່ໄດ້ລົງພິມ ໃນເວັບໄຊທ໌ດັ່ງກ່າວ.

ກຸ່ມປົກປ້ອງສິດທິມະນຸດ​ເຫລົ່າ​ນັ້ນ ທີ່ຮວມທັງ ອົງການນິລະໂທດກຳສາກົນນໍາ ກ່າວວ່າ ຕົນມີຄວາມວິຕົກກັງວົນ ກ່ຽວກັບຄວາມປອດໄພ ຂອງຊາວອັຟການິສຖານ ທີ່ຖືກລະບຸຊື່ວ່າ ເປັນຜູ້ໃຫ້ຄວາມຊ່ອຍເຫຼືອ ແກ່ກຳລັງປະສົມນັ້ນ.

XS
SM
MD
LG