ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອັຟການິສຖານ ຫັນໜ້າໄປຫາຈີນ ແລະປະເທດອື່ນ ຂະນະທີ່ສາຍພົວພັນ ກັບ ສຫລ ກ້າວເຂົ້າສູ່ໄລຍະໃໝ່


ລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ Wang Yi ພົບກັບທ່ານ Mullah Abdul Ghani Baradar, ຫົວໜ້າຝ່າຍການເມືອງຂອງກຸ່ມຕາລີບານໃນອັຟການິສຖານ ຢູ່ໃນເຂດທຽນຈິນຂອງຈີນ, ວັນທີ 28 ກໍລະກົດ, 2021
ລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ Wang Yi ພົບກັບທ່ານ Mullah Abdul Ghani Baradar, ຫົວໜ້າຝ່າຍການເມືອງຂອງກຸ່ມຕາລີບານໃນອັຟການິສຖານ ຢູ່ໃນເຂດທຽນຈິນຂອງຈີນ, ວັນທີ 28 ກໍລະກົດ, 2021

ເຈົ້າໜ້າທີ່ທຳນຽບຂາວກ່າວໃນວັນພະຫັດວານນີ້ວ່າ ການພົວພັນຂອງສະຫະລັດກັບພວກຜູ້ນຳກຸ່ມຕາລີບານໃນອັຟການິສຖານ ໄດ້ເຂົ້າສູ່ໄລຍະໃໝ່ທີ່ບໍ່ແນ່ນອນຂະນະທີ່ບັນດາເຈົ້າໜ້າທີ່ສະຫະລັດ ສືບຕໍ່ເຮັດວຽກເພື່ອຍົກຍ້າຍຊາວອາເມຣິກັນປະມານ 100 ຄົນ ທີ່ຍັງຄ້າງຢູ່ໃນປະເທດນັ້ນອອກມາ.

ໃນຂະນະດຽວກັນ, ພວກເຈົ້າໜ້າທີ່ກຸ່ມຕາລີບານໄດ້ສະແດງໃຫ້ເຫັນວ່າລັດຖະ ບານທີ່ຍັງໃໝ່ຂອງເຂົາເຈົ້າ ກໍາລັງເສີມສ້າງສາຍພົວພັນກັບຈີນ ແລະປະເທດ ອື່ນໆ.

ໂຄສົກປະຈໍາທຳນຽບຂາວ, ທ່ານນາງເຈນ ຊາກີກ່າວວ່າສະຫະລັດບໍ່ໄດ້ຄວບຄຸມເຂດໜ່ານຟ້າຂອງອັຟການິສຖານອີກຕໍ່ໄປແລ້ວ. ທ່ານນາງກ່າວວ່າ ມາຮອດປັດຈຸບັນ ໃນຈຳນວນຫຼາຍກວ່າ 120,000 ຄົນທີ່ໄດ້ຖືກຍົກຍ້າຍອອກຈາກບ່ອນທີ່ເຈົ້າໜ້າທີ່ໃນຄະນະລັດຖະບານໄດ້ພັນລະນາວ່າ ເປັນການຍົກຍ້າຍຄົນອອກໂດຍທາງເຮືອບິນທີ່ໃຫຍ່ທີ່ສຸດ ໃນປະຫວັດສາດນັ້ນ ມີ 31,107 ຄົນຖືກນຳເອົາມາຍັງສະຫະລັດ.

ພ້ອມກັນນັ້ນ ໃນວັນພະຫັດວານນີ້, ໂຄສົກຂອງກຸ່ມຕາລີບານກໍໄດ້ກ່າວຜ່ານທາງທວີດເຕີ (Twitter) ວ່າເຈົ້າໜ້າທີ່ຂັ້ນສູງຂອງກຸ່ມຕາລີບານໄດ້ໂອ້ລົມກັບເຈົ້າໜ້າທີ່ຂັ້ນສູງຂອງຈີນທ່ານນຶ່ງ.

"ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວວ່າພວກເຂົາເຈົ້າຈະຮັກສາສະຖານທູດຂອງຕົນຢູ່ໃນນະຄອນຫຼວງກາບູລໄວ້, ໂດຍກ່າວເພີ່ມວ່າສາຍພົວ ພັນຂອງພວກເຮົາຈະຖືກເຮັດໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າເມື່ອທຽບໃສ່ກັບທີ່ຜ່ານມາ," ນັ້ນຄືຄໍາເວົ້າຂອງທ່ານ ຊູເຮລ ຊາຮີນ (Suhail Shaheen), ໂຄສົກຂອງກຸ່ມດັ່ງກ່າວ ທີ່ເວົ້າພາສາອັງກິດ.

ອົງການຂ່າວ AFP ຂອງຝຣັ່ງລາຍງານວ່າ ຍັງບໍ່ທັນມີການຢືນຢັນຈາກປັກກິ່ງເທື່ອ.

ເຈົ້າໜ້າທີ່ຕາລີບານຄົນອື່ນໄດ້ກ່າວໃນທວີດເຕີ (Twitter) ວ່າ ເຂົາເຈົ້າໄດ້ຈັດກອງປະຊຸມທາງການທູດກັບອັງກິດແລະເຢຍຣະມັນ. ກາຕາ ແລະເທີກີຍັງຊ່ວຍລັດຖະບານອັຟການິສຖານຊຸດໃໝ່ ສ້ອມແປງສະໜາມບິນໃຫຍ່ຢູ່ໃນນະຄອນ ຫຼວງກາບູລ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG