ບັນດາທະຫານຂອງອັງກິດ ແລະສະຫະລັດ ໄດ້ຈັດພິທີຂີດໝາຍ
ການສິ້ນສຸດປະຕິບັດການສູ້ລົບຢູ່ແຂວງ Helman ທາງພາກໃຕ້
ຂອງອັຟການິສຖານ ຢ່າງເປັນທາງການ ດ້ວຍການມອບໂອນ
ການຄວບຄຸມຖານທັບທີ່ໃຫຍ່ທີ່ສຸດໃນປະເທດ ໃຫ້ແກ່ກອງກຳລັງ
ອັຟການິສຖານ.
ທຸງຊາດຂອງອັງກິດ ໄດ້ຖືກຊັກລົງໃນວັນອາທິດວານນີ້ ໃນພິທີ
ດັ່ງກ່າວຢູ່ຄ້າຍ Bastion ໃນຂະນະດຽວກັນ ທຸງຊາດອາເມຣິກາ
ໄດ້ຖືກຊັກລົງມາເປັນຄັ້ງສຸດທ້າຍ ຢູ່ຄ້າຍ Leatherneck ທີ່ຢູ່
ໃກ້ໆກັນນັ້ນ.
ທ່ານ Michael Fallon ລັດຖະມົນຕີປ້ອງກັນປະເທດອັງກິດ ໄດ້ກ່າວສະດຸດີ ບົດບາດ
ຂອງປະເທດຂອງທ່ານ ໃນການສູ້ລົບກັບພວກຕາລີບານ ໂດຍເວົ້າວ່າກຳລັງຂອງອັງກິດ
ຍຸດຕິການປະຕິບັດງານ ຂອງເຂົາເຈົ້າລົງ ດ້ວຍຄວາມພາກພູມໃຈ ແລະມອບໃຫ້ແກ່
ອັຟການິສຖານ “ໂອກາດທີ່ດີທີ່ສຸດເທົ່າທີ່ເປັນໄປໄດ້ ສຳຫລັບອະນາຄົດທີ່ທຸ່ນທ່ຽງ.”
ຢູ່ຈຸດສູງສຸດຂອງການສູ້ລົບນັ້ນ ຖານທັບດັ່ງກ່າວຊຶ່ງເປັນຄ້າຍລວມ ຂອງກຳລັງແນວໂຮມ ແມ່ນສາມາດຮອງຮັບພະນັກງານໄດ້ເຖິງ 40,000 ຄົນ ລວມທັງກຳລັງທະຫານ ແລະບັນດາພະນັກງານຮັບເໝົາ ຕ່າງປະເທດ.
ພ້ອມກັບການຖອນອອກໂດຍລວມທີ່ມີຂຶ້ນໃນຂະນະນີ້ ກໍແມ່ນຈະຍັງມີ ທະຫານຕ່າງປະເທດ 12,000 ຄົນ ຢູ່ໃນອັຟການິສຖານຕໍ່ໄປ ຫຼັງຈາກເດືອນທັນວາ ເພື່ອໃຫ້ການເຝິກແອບ ແລະແນະນຳກອງກຳລັງອັຟການິສຖານ.