ບັນດາເຈົ້າໜ້າທີ່ເລືອກຕັ້ງ ອັຟການິສຖານ ກ່າວວ່າ ເຂົາເຈົ້າ
ໄດ້ເສັດສີ້ນການກວດກາກ່ຽວກັບລົງຄະແນນສຽງເລືອກຕັ້ງ
ເມື່ອວັນທີ 14 ເດືອນມິຖຸນາ ແລະຈະນຳອອກເຜີຍແຜ່ ຜົນນັບ
ຄະແນນ ໃນວັນອາທິດມື້ອຶ່ນນີ້.

ການປະກາດດັ່ງກ່າວ ຄວນທີ່ຈະເຮັດໃຫ້ຂັ້ນຕອນການເລືອກ
ຕັ້ງທີ່ໄດ້ດຳເນີນມາເປັນເວລາກວ່າຫ້າເດືອນແລ້ວນັ້ນ ສີ້ນສຸດລົງ.

ຜູ້ສະມັກທັງສອງ ຄືທ່ານ Abdullah Abudullah ແລະທ່ານ Ashraf Ghani Ahmadzai ຕ່າງກໍກ່າວວ່າ ຕົນເປັນຜູ້ຊະນະການເລືອກຕັ້ງ. ເຂົາເຈົ້າໄດ້ເຈລະເພື່ອຕົກລົງຄອງອຳນາດ
ຮ່ວມກັນ ໂດຍຈະແບ່ງປັນຄວາມຮັບຜິດຊອບລະຫວ່າງ ປະທານາທິບໍດີ ແລະຫົວໜ້າຫ້ອງ
ການບໍລິຫານ ທີ່ຕັ້ງຂື້ນໃໝ່.

ທ່ານ Abdullah ໄດ້ຊະນະຄະແນນສ່ວນໃຫຍ່ ໃນການເລືອກຕັ້ງຮອບທຳອິດ ໃນເດືອນ
ເມສາ ແຕ່ບໍ່ໄດ້ຮັບສຽງສ່ວນຫຼາຍກາຍຫ້າສິບເປີເຊັນ ຈຶ່ງຕ້ອງໄດ້ມີການເລືອກຕັ້ງຮອບ
ສອງ ໃນເດືອນມິຖຸນາ. ທ່ານ Ghani ໄດ້ຊະນະການເລືອກຕັ້ງ ໃນຮອບຕັດສິນຊີ້ຂາດ ແຕ່ວ່າ ທ່ານ Abdullah ໄດ້ປະທ້ວງຜົນ ການເລືອກຕັ້ງໂດຍອ້າງວ່າເຕັມໄປດ້ວຍການສໍ້
ໂກງຄະແນນ. ພາຍໃຕ້ຄວາມກົດດັນຂອງສະຫະລັດ ຜູ້ສະມັກທັງສອງໄດ້ຕົກລົງໃຫ້ ສະ
ຫະປະຊາຊາດ ນັບຄະແນນຄືນໃໝ່.

ສະພາບການບໍ່ໄປບໍ່ມາທີ່ວ່ານີ້ ໄດ້ເຮັດໃຫ້ ອັຟການິສຖານ ເກີດວິກິດການທາງ ດ້ານ
ການເມືອງຂຶ້ນ ໃນຂະນະທີ່ກຳລັງຂອງອົງການ NATO ພາຍໃຕ້ການນຳພາຂອງສະຫະ
ລັດ ພວມຖອນກຳລັງຂອງເຂົາເຈົ້າອອກ ໃນການເຮັດສົງຄາມ ຕ້ານພວກທາລິບານ
ເປັນເວລາ 13 ນັ້ນ.

ອັຟການິສຖານ ຈະປະກາດ ຜົນການເລືອກຕັ້ງ ທີ່ມີການ ກວດກາແລ້ວ ໃນມື້ອື່ນນີ້