ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ຕາ​ລີ​ບານ ອ້າງວ່າ "ການ​ໂຈມ​ຕີ​ ໃນ​ລະດູບານ​ໃໝ່" ຂອງຕົນໄດ້ເລີ້ມຂຶ້ນແລ້ວ


ຝາຂອງວັດອິສລາມ ຫລື mosque ເຕັມໄປດ້ວຍຮອຍລູກປືນ ຍ້ອນວ່າກຸ່ມຕາລີບານໂຈມຕີຖານທັບຂອງກອງທັບອັຟການິສຖານແຫ່ງນຶ່ງຢູ່​ໃນ​ເມືອງ Mazar-i-Sharif ທາງ​ພາກ​ເໜືອຂອງ​ປະ​ເທດ ໃນວັນທີ 25 ເມສາ, 2017 ຜ່ານມາ.
ຝາຂອງວັດອິສລາມ ຫລື mosque ເຕັມໄປດ້ວຍຮອຍລູກປືນ ຍ້ອນວ່າກຸ່ມຕາລີບານໂຈມຕີຖານທັບຂອງກອງທັບອັຟການິສຖານແຫ່ງນຶ່ງຢູ່​ໃນ​ເມືອງ Mazar-i-Sharif ທາງ​ພາກ​ເໜືອຂອງ​ປະ​ເທດ ໃນວັນທີ 25 ເມສາ, 2017 ຜ່ານມາ.

ກຸ່ມ​ຕາ​ລີ​ບານ​ໄດ້ກໍ່ສິ່ງ​ທີ່​ເອີ້ນວ່າ "ການ​ໂຈມ​ຕີ​ໃນ​ລະດູບານ​ໃໝ່" ປະ​ຈໍາປີ​ໃນ​ອັຟກາ​
ນິສຖານຂຶ້ນ ໂດຍ​ໄດ້​ເວົ້າວ່າ ຕົ້ນຕໍ​ແລ້ວຕົນ​ຈະ​ແນ​ໃສ່ພື້ນທີ່ "ທີ່ມີ​ການຍຶດຄອງ" ​
ໂດຍກໍາລັງ​ທະຫານຕ່າງປະ​ເທດທີ່​ນໍາໜ້າ​ໂດຍ​ສະຫະລັດ ເພື່ອຂັບ​ໄລ່​ພວກ​ທະ
ຫານເຫລົ່ານັ້ນ​ໃຫ້ອອກ​ຈາກ​ປະ​ເທດ​ໄປ.

ຢູ່​ໃນ​ຄໍາ​ປະກາດ​ຢ່າງ​ເປັນ​ທາງ​ການ​ທີ່​ເຜີຍ​ແຜ່ໃຫ້​ສື່​ມວນ​ຊົນ​ຮູ້​ໃນ​ວັນ​ສຸກ​ມື້ນີ້ ກຸ່ມ​ຫົວ​
ຮຸນ​ແຮງ ອິສລາມ ​ໄດ້​ກ່າວ​ອ້າງ​ວ່າ "ການ​ປະຕິບັດ​ງານ​ຂອງ Mansouri" ​ໄດ້ເກີດ​ຂຶ້ນ​
ແລ້ວ ໃນຕອນ​ເຊົ້າ​ໆ ຂອງວັນ​ສຸກ​ມື້ນີ້ ຢູ່​ໃນ​ທົ່ວ 34 ​ແຂວງ​ຂອງ​ອັຟກາ​ນິສຖານ.

ກຸ່ມ​ດັ່ງກ່າວ​ອະທິບາຍ​ວ່າ ການ​ໂຈມ​ຕີ​ດັ່ງກ່າວ ​ໄດ້​ຖືກຕັ້ງຊື່​ຕາມທ່ານ Mullah
Akhtar Mansour ຫົວໜ້າກຸ່ມ​ຕາ​ລີ​ບານ ທີ່​ຖືກ​ຍົນ​ບໍ່ມີ​ຄົນ​ຂັບ​ຂອງ​ອາ​ເມຣິກາ​ສັງ
ຫານ​ໃນ​ປີ​ກາຍນີ້.

​ຄໍາ​ຖະ​ແຫລ​ງການຂອງຊື່ທີ່​ເອີ້ນວ່າ ​ສະພາເພື່ອ​ນໍາພາ​ການຕໍ່ສູ້​ສົງຄາມ​ຂອງກຸ່ມ​ຕາ
​ລີ​ບານ ​ໄດ້ກ່າວ​ວ່າ "ເພື່ອ​ໃຫ້​ບັນລຸຈຸດປະສົງ​ຂອງ​ຕົນ​ນັ້ນ ການ​ປະຕິບັດ​ງານ​ຕ່າງໆ
ຈະ​ລວມທັງ​ການ​ໂຈມ​ຕີ​ແບບ​ທໍາ​ມະ​ດາ, ການ​ທໍາ​ສົງຄາມ​ແບບກອງ​ໂຈນ, ການ​ໂຈມ​
ຕີ​ແບບ​ທຸກທໍລະມານ​ທີ່​ສົບ​ສົນ ຫລື​ການ​ໂຈມ​ຕີ​ແບບ​ສະລະ​ຊີບ, ການ​ໂຈມ​ຕີ​ຢູ່​ພາຍ
​ໃນ​ເອງ ​ແລະ​ການ​ໃຊ້​ວັດຖຸ​ລະ​ເບີດ​ແບບ​ກະທັນຫັນ ຫລື IED".


​ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ອັຟກາ​ນິສຖານ ທ່ານ Mohammad Radmanesh ​ບໍ່​ໄດ້​ເອົາ​ຫົວຊາຕໍ່ຄໍາ​ປະກາດ​ດັ່ງກ່າວ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ດັ່ງກ່າວ
​ໂດຍ​ຖື​ວ່າ ນັ້ນ​ເປັນ​ພຽງຊື່​ອີກ​ອັນ​ນຶ່ງ ທີ່​ກຸ່ມ​ກໍ່ການ​ຮ້າຍ​ໃຊ້​ເພື່ອ​ໂຄ​ສະ​ນາ​ຊວຍ​ເຊື່ອ ​
ແລະ​ໂຈມ​ຕີພົນ ລະ​ເຮືອນ​ທີ່​ບໍ່ມີ​ຄວາມ​ຜິດ​ຫຍັງ. ທ່ານ​ໄດ້​ກ່າວ​ຕໍ່ VOA ວ່າ ກໍາລັງ​
ທະຫານ​ຂອງລັດຖະບານ ອັຟກາ​ນິສຖານ​ແມ່ນ​ກຽມພ້ອມ​ຢ່າງ​ເຕັມ​ສ່ວນ ​ແລະ​ຈະ​
ຕີອັນ​ທີ່​ເອີ້ນວ່າ "ການ​ປະຕິບັດ​ງານ​ຂອງ Mansouri" ​ໃຫ້​ໝົດ​ໄປຄື​ກັນ​ກັບ​ປີ​ກາຍ​ນີ້.

​ເຖິງ​ແມ່ນ​ວ່າ ບໍ່ມີປະຫວັດ​ການ​ໂຈມ​ຕີຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ໃນ​ອັຟກາ​ນິສຖານ ຢູ່​ໃນ​
ຫລາຍ​ປີຜ່ານມາ​ນີ້ ​ແຕ່​ກໍໄດ້​ມີ​ການ​ເລີ້ມຕົ້ນຂອງ​ການ​ກະທໍາບຸກລຸກ​ທີ່​ມີ​ຄວາມ​ຮຸນ
​ແຮງ​ຂຶ້ນ​ໃນໄລຍະລະດູ​ບານໃໝ່ ຍ້ອນ​ວ່າການ​ທີ່​ຫິມະ​ຢູ່​ເທິງ​ຈອມ​ພູ​ຕ່າງໆ ​ເປື່ອຍ
​ລົງ​ມັນ​ເຮັດ​ໃຫ້​ກຸ່ມ​ຫົວ​ຮຸນ​ແຮງ ສາມ​າດທໍາ​ການ​ບຸກ​ໂຈມ​ຕີຄັ້ງ​ໃຫຍ່ໆ​ໄດ້.

ຄໍາ​ປະກາດ​ທີ່ອອກ​ມາ​ໃນ​ວັນ​ສຸກ​ມື້ນີ້ ​ໄດ້​ມີ​ຂຶ້ນພາຍ​ຫລັງ ນຶ່ງ​ອາທິດ ​ທີ່​ກຸ່ມ​ຕາ​ລີ​ບານ ​ໄດ້ທໍາການບຸກລຸກ​ທີ່​ຮ້າຍ​ແຮງທີ່​ສຸດ​ ​ໃນ​ປະຫວັດສາດ​ຕໍ່ຖານ​ທັບ​ໃຫຍ່​ແຫ່ງ​ນຶ່ງ ຂອງ
ທະຫານ​ອັຟກາ​ນິສຖານ ຢູ່​ໃນ​ເມືອງ Mazar-i-Sharif ທາງ​ພາກ​ເໜືອຂອງ​ປະ​ເທດ.

ມີ​ລາຍ​ງານ​ວ່າ ການ​ບຸກ​ໂຈມ​ຕີ​ດັ່ງກ່າວ​ໄດ້​ສັງຫານ​ຊີວິດ​ຂອງທະຫານ​ອັຟກາ​ນິສຖານ
ຫລາຍ​ກວ່າ 250 ຄົນ ​ແລະ​ໄດ້​ເຮັດ​ໃຫ້​ອີກ​ຫລາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ. ຈໍານວນ​ຄົນ
​ທີ່​ໄດ້​ຮັບ​ບາດ​ເຈັບ​ໃນການ​ໂຈມ​ຕີ​ດັ່ງກ່າວ​ແມ່ນຫລາຍ​ກວ່າ​ຈໍານວນການ​ເສຍ​ຊີວິດ​
ຂອງ​ກໍາລັງ ທະ ຫານ​ອັຟກາ​ນິສຖານ​ໃນ​ການ​ສູ້​ລົບ​ໃນ​ຫລາຍໆອາທິດ ທີ່​ຜ່ານ​ມາ
ຊຶ່ງ​ໄດ້​ເຮັດ​ໃຫ້​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ​ຫົວໜ້າບັນຊາ​ການ​ກອງ
ທັບ​ລາ​ອອກຈາກໜ້າທີ່.

ເຊີນອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG