ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພວກທາລິບານ ໂຈມຕີ ບໍລິສັດຮັບເໝົາ ສຫລ ໃນອັຟການິສຖານ (ສະໄລດ໌)


ພະນັກ​ງານອັຟກາ​ນິສຖານ ສອງ​ຄົນ​ໄດ້​ເສຍ​ຊີວິດ ​ແລະ​ຢ່າງ​ໜ້ອຍ​ສິບ​ສອງ​ຄົນ ​ໄດ້​ຮັບ​ບາດ​ເຈັບ ​​ໃນ​ເຫດ​ລະ​ເບີດ ​ຢູ່ນະຄອນຫລວງ Kabul ໃນ​ວັນ​ຈັນ​ມື້​ນີ້, ທີ 15 ທັນວາ 2012.
ພະນັກ​ງານອັຟກາ​ນິສຖານ ສອງ​ຄົນ​ໄດ້​ເສຍ​ຊີວິດ ​ແລະ​ຢ່າງ​ໜ້ອຍ​ສິບ​ສອງ​ຄົນ ​ໄດ້​ຮັບ​ບາດ​ເຈັບ ​​ໃນ​ເຫດ​ລະ​ເບີດ ​ຢູ່ນະຄອນຫລວງ Kabul ໃນ​ວັນ​ຈັນ​ມື້​ນີ້, ທີ 15 ທັນວາ 2012.
ພວກທາ​ລິ​ບານ ​ໃນອັຟກາ​ນິສຖານ ​ໄດ້ອ້າງ​ເອົາ​ຄວາມ​ຮັບຜິດ
ຊອບ ຕໍ່​ການວາງລະ​ເບີດໂຈມ​ຕີ ຢູ່ໃນ​ບໍລິ​ເວນ​ສໍານັກງານ​ຂອງ​
ບໍລິສັດ​ຮັບ​ເໝົາ ເຮັດ​ວຽກ​ໃຫ້​ກອງທັບສະຫະລັດ.

​ເຈົ້າ​ໜ້າ​ທີ່​ ກ່າວ​ວ່າ ພະນັກ​ງານອັຟກາ​ນິສຖານ ສອງ​ຄົນ​ໄດ້
ເສຍ​ຊີວິດ ​ແລະ​ຢ່າງ​ໜ້ອຍ​ສິບ​ສອງ​ຄົນ ​ໄດ້​ຮັບ​ບາດ​ເຈັບ ໃນ​
ເຫດ​ລະ​ເບີດ​ຢູ່ ນະຄອນຫລວງ Kabul ໃນ​ວັນ​ຈັນ​ມື້​ນີ້.

​ໂຄສົກ​ຄົນ​ນຶ່ງ​ຂອງ ພວກ​ທາ​ລິ​ບານ ​ເອີ້ນ​ການ​ໂຈມ​ຕີນີ້ວ່າ ​
ເປັນ​ການ​ວາງ​ລະ​ເບີດສະລະ​ຊິ​ບ ​ທີ່ແນໃສ່​ບໍລິສັດ​ຂອງອາ​ເມ
ຣິກາ ທີ່ບໍລິການ​ຄວາມ​ປອດ​ໄພ​ໃຫ້​ແກ່ກໍາລັງທະຫານ. ບໍ​ລິ​ສັດ
​ດັ່ງກ່າວ ທີ່​ຊື່ວ່າ Contrack ຮັບ​ເໝົາສ້າງຕຶກ​ອາຄານ​ຕ່າງໆ
ໃຫ້ຄ້າຍ​ທະຫານ.

​ເຫດການ​ຮ້າຍ​ແຮງນຶ່ງ​ອີກ​ຕ່າງຫາກ ໃນ​ວັນ​ຈັນ​ມື້ນີ້ ​ໄດ້​ເອົາ​ຊີວິດ ເດັກນ້ອຍຜູ້ຍິງ 10 ຄົນ ອາຍຸແຕ່ 9 ປີ​ຫາ 13 ປີ ໃນ​ແຂ​ວງ Nangarhar. ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ເດັກນ້ອຍຜູ້ຍິງ​ເຫລົ່ານີ້ ກໍາລັງ ​ເກັບ​ເອົາໄມ້ມາ​ດັງ​ໄຟ ​ໃນ​ວັນ​ຈັນ​ຕອນ​ເຊົ້າ​ ເວລາ​ລະ​ເບີດ​ຝັງ​ດິນລູກ​ນຶ່ງ
ແຕກ​ຂື້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ເຊື່ອ​ວ່າ ​ເປັນລະ​ເບີດ​ຝັງ​ດິນ​ທີ່​ເກົ່າ​ແກ່ ທີ່​ຍັງ​ມີ​ຫລົງ​ເຫລືອ​ ​ຢູ່​ຕາມ​ທົ່ງໄຮ່​ທົ່ງນາ ​ແລະ​ຕາມ​ເຂດ​ບ້ານນອກ ລຸນຫລັງເວລາ ຫລາຍ​ທົດ​ສະ​ວັດຂອງ​ສົງ​ຄາມ.

ນາຍ​ພົນ John Allen ຜູ້​ບັນຊາ​ການ​ກອງທັບສະຫະລັດໃນ​ອັຟກາ​ນິສຖານ ​ໄດ້​ສະ​ແດງ​
ຄວາມ​ເສົ້າ​ສະຫລົດ​ໃຈ​ ​ຕໍ່​ບັນດາ​ຄອບຄົວຂອງ​ເດັກນ້ອນ ​ແລະກ່າວ​ວ່າ ອັຟກາ​ນິສຖານ
“​ໄດ້​ກາຍ​ມາ​ເປັນນຶ່ງ​ໃນ​ບັນດາ​ປະ​ເທດ ທີ່​ມີ​ລະ​ເບີດ​ຝັງ​ດີ​ນຫລາຍ​ທີ່​ສຸດ​ຢູ່​ໃນ​ໂລກ.”

ພາບສົ່ງສະການ ເດັກຍິງອັຟການິສຖານ 10 ທີ່ເສຍຊີວິດ ຍ້ອນລະເບີດຝັງດິນ:

XS
SM
MD
LG