ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງກຳລັງ ອັຟການິສຖານ ຍຶດຄືນໄດ້ ເມືອງ ທາງພາກເໜືອ ຂອງປະເທດ ຈາກພວກ ຕາລີບານ


ທະຫານບົກແຫ່ງຊາດຄົນໜຶ່ງ (ຊ້າຍ) ຮ້ອງໃສ່ພວກນັກຮົບ ຕາລີບານ, ຫລັງຈາກໄດ້ຍິງຈະຫຼວດໃສ່ພວກຝ່າຍຄ້ານ ຕາລີບານ ຢູ່ເຂດນອກຂອງແຂວງ Kunduz, ພາກເໜືອ ອັຟການິສຖານ. 16 ເມສາ, 2016.
ທະຫານບົກແຫ່ງຊາດຄົນໜຶ່ງ (ຊ້າຍ) ຮ້ອງໃສ່ພວກນັກຮົບ ຕາລີບານ, ຫລັງຈາກໄດ້ຍິງຈະຫຼວດໃສ່ພວກຝ່າຍຄ້ານ ຕາລີບານ ຢູ່ເຂດນອກຂອງແຂວງ Kunduz, ພາກເໜືອ ອັຟການິສຖານ. 16 ເມສາ, 2016.

ກອງກຳລັງຕ່າງໆຂອງ ອັຟການິຖານ ໄດ້ຍຶດເອົາຄືນ ເມືອງທີ່ສຳຄັນທາງພາກເໜືອຂອງ ປະເທດ ບໍ່ເທົ່າໃດຊົ່ວໂມງທີ່ມັນໄດ້ຕົກເປັນຂອງພວກ ຕາລີບານໄປ, ອີງຕາມການປະ ກາດຂອງບັນດາເຈົ້າໜ້າທີ່ໃນຕອນແລງຂອງວັນເສົາວານນີ້.

ໂຄສົກກະຊວງປ້ອງກັນປະເທດ ແລະ ກະຊວງ ພາຍໃນໄດ້ກ່າວຕໍ່ກອງປະຊຸມຖະແຫຼງ ຂ່າວຮ່ວມໃນນະຄອນຫຼວງ ກາບູລ ວ່າ ການຕໍ່ສູ້ກັນຢ່າງດຸເດືອດເພື່ອການຄວບຄຸມເມືອງ Khan Abad ໄດ້ເຮັດໃຫ້ພວກຕໍ່ຕ້ານລັດຖະບານຕາຍຢ່າງໜ້ອຍ 75 ຄົນ, ລວມທັງຜູ້ ບັນຊາການຂອງພວກຕາລີບານ 4 ຄົນ.

ນອກນັ້ນ ພວກເຂົາເຈົ້າຍັງຢືນຢັນວ່າ ເຈົ້າໜ້າທີ່ຮັກສາຄວາມປອດໄພ ອັຟການິຖານ 6 ຄົນໄດ້ເສຍຊີວິດ, ໃນຂະນະທີ່ອີກ 16 ຄົນ ແມ່ນໄດ້ຮັບບາດເຈັບ.

ກອງກຳລັງຮັກສາຄວາມປອດໄພແຫ່ງຊາດປະຈຸບັນນີ້ ໄດ້ເຂົ້າຮ່ວມໃນການປະຕິບັດ ການກວາດລ້າງໃນເມືອງ Khan Abad ເພື່ອລົບລ້າງພວກຕໍ່ຕ້ານລັດຖະບານ ຈາກສະ ຖານທີ່ໆຍັງເຫຼືອນັ້ນ.

ພວກນັກຮົບ ຕາລີບານ ອັຟການິສຖານ ຖືອາວຸດຂອງພວກເຂົາ. 27 ພຶດສະພາ 2016.
ພວກນັກຮົບ ຕາລີບານ ອັຟການິສຖານ ຖືອາວຸດຂອງພວກເຂົາ. 27 ພຶດສະພາ 2016.

ໂຄສົກກະຊວງປ້ອງກັນປະເທດທ່ານ Dawlat Waziri ໄດ້ປະຕິເສດຄວາມເປັນໄປໄດ້ ຂອງການຖືກຍຶດເມືອງຫຼວງຂອງແຂວງ Khanduz, ໂດຍກ່າວວ່າ “ພໍແລ້ວ” ກອງກຳລັງ ຕ່າງໆໄດ້ຖືກສົ່ງໄປໃນເມືອງດັ່ງກ່າວເພື່ອປົກປ້ອງມັນ. ທ່ານໄດ້ກ່າວເພີ່ມເຕີມວ່າ ນອກ ນັ້ນກະຊວງຂອງທ່ານ ຍັງໄດ້ຈັດເອົາກຳລັງເພີ່ມເຕີມໃນນະຄອນຫຼວງ ກາບູລ ສຳລັບສົ່ງ ໄປເສີມໃນແຂວງ Khanduz ຖ້າມີຄວາມຕ້ອງການ.

ພວກ ຕາລີບານ ໄດ້ຍຶດການຄວບຄຸມເມືອງ Khan Abad ໃນການໂຈມຕີຂ້າມຄືນທີ່ ພວກເຂົາໄດ້ອ້າງວ່າ ໄດ້ເຮັດໃຫ້ທະຫານຂອງກອງກຳລັງ ອັຟການິຖານ ຫຼາຍຄົນເສຍ ຊີວິດ ແລະ ບາດເຈັບ. ນອກນີ້ ກຸ່ມຕໍ່ຕ້ານລັດຖະບານ ຍັງໄດ້ເປີດເຜີຍວິດີໂອ ສະແດງໃຫ້ ເຫັນທະຫານຫຼາຍກວ່າສິບຄົນຖືກຈັບກຸມ ໂດຍພວກ ຕາລີບານ ຫຼັງຈາກພວກເຂົາໄດ້ຍຶດ ເອົາເມືອງດັ່ງກ່າວ.

ນອກນັ້ນ ບັນດາເຈົ້າໜ້າທີ່ຍັງໄດ້ຢືນຢັນ ເຖິງການປະທະກັນຢ່າງຮຸນແຮງທີ່ເກີດຂຶ້ນ ລະຫວ່າງ ກອງກຳລັງລັດຖະບານ ກັບ ພວກຕໍ່ຕ້ານລັດຖະບານໃນເມືອງ Aliabad ຂອງແຂວງ Khanduz ນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG