ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ມີ​ລາຍ​ງານ​ວ່າ ມີ​ການ​ປ່ອຍ​ຕົວນັກ​ໂທດ​​​ກຸ່ມ​ຕາ​ລີ​ບານ ເພື່ອ​ແລກ​​ກັບ ພ​ວກ​ຖືກ​ຈັບ​ເປັນ​ຕົວ​ ປະ​ກັນ ​ອິນ​ເດຍ 3 ຄົນ


ພາບ​ຂອງຄ້າຍທະ​ຫານ​ອາ​ກາດ ບ​າ​ແກ​ຣມ (Bagram) ໃນ​ອັ​ຟ​ກາ​ນິ​ສ​ຖານ
ພາບ​ຂອງຄ້າຍທະ​ຫານ​ອາ​ກາດ ບ​າ​ແກ​ຣມ (Bagram) ໃນ​ອັ​ຟ​ກາ​ນິ​ສ​ຖານ

ມີ​ການ​ລາຍ​ງານ​ວ່າ ນັກ​ໂທດ​ທີ່​ສຳ​ຄັນ​ຂອງ​ກຸ່ມ​ຕາ​ລີ​ບານ​ສິບ​ເອັດຄົນ​ໄດ້​ຖືກ​ປ່ອຍ​ຕົວ​ຈາກ ຄ້າຍ​ຄຸມ​ຂັງບ​າ​ແກ​ຣມ (Bagram) ​ທີ່​ດຳ​ເນີນ​ງານ​ຮ່ວມ​ກັນ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ອັ​ຟ​ກາ​ນິ​ສ​ຖານ ເພື່ອ​ເປັນ​ການ​ແລກ​ປ່ຽນ​ກັບ​ພວກ​ທີ່​ຖືກ​ຈັບ​ເປັນ​ຕົວ​ປະ​ກັນ​ຊາວ​ອິນ​ເດຍ 3 ຄົນ.
ແຫລ່ງ​ຂ່າວ​ຈາກ​ພວກ​ກະ​ບົດ ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ການ​ແລກ​ປ່ຽນ​ນັກ ໂທດ​ກັນ​ມີ​ຂຶ້ນ​ຢູ່​ໃນ​ແຂວງແບກ​ລານ (Baghlan) ຢູ່​ທາງ​ພາກ​ເໜືອ​ຂອງ​ປະ​ເທດ ແລະ​ເຈົ້າ​ແຂວງ​ຂອງ​ກຸ່ມ​ຕາ​ລີ​ບານ 2 ຄົນແມ່ນ​ນອນ​ຢູ່​ໃນ​ພວກ​ທີ່​ຖືກ​ປ່ອຍ​ຕົວ ນັ້ນ. ພວກ​ຜູ້​ຊາຍ​ດັ່ງ​ກ່າວ​ຂອງກຸ່ມ​ຕາ​ລີ​ບານໄດ້​ຮັບ​ການ​ຮັບ​ຕ້ອນ​ຈາກ​ພວກ​ນັກ ລົບ​ກະ​ບົດ​ອີງ​ຕາມ​ພາບຢູ່​ໃນວີ​ດິ​ໂອ ທີ່​ເຜີຍ​ແຜ່​ອອກ​ມາ​ທາງ​ສື່​ສັງ​ຄົມ​ອອນ​ລາຍ.

ເມື່ອ​ຖື​ກຖາມກ່ຽວ​ກັບ​ການ​ແລກ​ປ່ຽນ​ກັນ​ດັ່ງ​ກ່າວ ທ່ານ ຊາ​ບີ​ຮູ​ລາ ມູ​ຈ​ຮ​ຮິດ (Zabihullah Mujahid) ໂຄ​ສົກ​ຂອງ​ກຸ່ມ​ຕາ​ລີ​ບານກ່າວ​ຕໍ່​ VOA ວ່າ "ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຮັບ​ລາຍ​ລະ​ອຽດ​ອັນ​ໃດ​ເລີຍ. ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ຂໍ​ເອົາ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງນີ້ ແລະ​ຈະ​ບອກ​ໃຫ້​ທ່ານ​ຮູ້."

ພວກ​ຖືກ​ຈັບ​ເປັນ​ຕົວ​ປະ​ກັນ ໄດ້​ຖືກ​ລັກ​ພາ​ຕົວ​ໃນ​ປີ​ກາຍນີ້ ພ້ອມ​ກັນ​ກັບພວກ​ຜູ້​ຊາຍ​ຄົນ​ອື່ນ​ຢູ່​ໃນ​ປະ​ເທດ ໃນ​ຂະ​ນະ​ທີ່​ພວກ​ເພິ່ນ​ກຳ​ລັງ​ເຮັດ​ວຽກ​ໃນ​ໂຄງ​ການນຶ່ງ ເພື່ອ​ກໍ້​ສ້າງ​ສະ​ຖາ​ນີ​ຜະ​ລິດ​ໄຟ​ຟ້າ​ແຫ່ງ​ນຶ່ງ​ໃນ ແຂວງແບກ​ລານ (Baghlan) ຢູ່. ​ນຶ່ງ​ຄົນ​ໃນ​ຈຳ​ນວນນັ້ນ​ໄດ້​ໂຕນ​ໜີ​ລອດ ແລະ​ກັບ​ຄືນ​ໄປ​ອິນ​ເດຍ​ໃນ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ ໃນ​ຂະ​ນະ​ທີ່​ໂຊກ​ຊາ​ຕາ​ກຳ​ຂອງ​ພວກ​ທີ່​ເຫລືອ​ແມ່ນບໍ່​ມີ​ໃຜ​ຮູ້​ໄດ້.

ຕົວ​ເມືອງ​ຫລາຍ​ແຫ່ງ​ຢູ່​ໃນ​ແຂວງ​ທີ່​ມີ​ການ​ສູ້​ລົບ​ກັນ​ແຫ່ງ​ນັ້ນ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ແມ່ນ​ຖືກ​ຄວບ​ຄຸມ ຫລືບໍ່​ກໍ​ມີ​ການ​ສູ້ຄືນ​ຢ່າງ​ແຮງຂອງ​ກຸ່ມ​ຕາ​ລີ​ບານເພື່ອ​ຍາດ​ແຍ່ງ​ເອົາ.

ການ​ແລກ​ປ່ຽນ​ນັກໂທດ​ຢູ່​ໃນ​ລາຍ​ງານ​ໃນ​ວັນ​ອາ​ທິດ​ວານນີ້ ແມ່ນ​ມີ​ຂຶ້ນ​ຫລ​ງັ​ຈາກ ມີ​ການ​ພົບ​ປະ​ກັນ​ແບບບໍ່​ເປັນ​ທາງ​ການ ລະ​ຫວ່າງນັກ​ເຈ​ລະ​ຈາ​ອາ​ເມ​ຣິ​ກາ ກັບ​ກຸ່ມ​ຕາ​ລີ​ບານ ຢູ່​ໃນ​ປາ​ກິ​ສ​ຖານ​ທີ່​ເປັນ​ປະ​ເທດ​ເພື່ອນ​ບ້ານນັ້ນ.
ຍັງ​ບໍ່​ມີ​ໃຜ​ຮູ້​ໃນ​ຕອນນີ້​ເທື່ອ​ວ່າ ການ​ແລກ​ປ່ຽນ​ກັນ​ດັ່ງ​ກ່າວແມ່ນ​ມີ​ຜົນ​ເນື່ອງ​ມາ​ຈາກ​ການ​ພົວ​ພັນ​ກັນ​ດັ່ງ​ກ່າວທີ່​ມີ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດນັບ​ຕັ້ງ​ແຕ່ເດືອນ​ແລ້ວນີ້ ເປັນ​ຕົ້ນ​ມາ ເມື່ອ​ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ໄດ້​ຍົກ​ເລີກ​ການເຈ​ລະ​ຈາ​ກັນ​ກັບ​ກຸ່ມລີ​ບານທີ່​ດຳ​ເນີນ​ມາ​ໄດ້​ປີ​ນຶ່ງແບບ​ທັນ​ທີ​ທັນ​ໃດນັ້ນ ຫລືບໍ່.

ທ່ານ​ໄອ​ດ​ຣີ ຊາ​ແມນ (Idrees Zaman), ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ກ່າວ​ໃນ​ຂະ​ນະ​ທີ່​ກຸ່ມ​ຕາ​ລີ​ບານ​ໄປ​ຢ້ຽມ​ຢາມ​ປາ​ກິ​ສ​ຖານໃນ​ວັນ​ເສົາ​ຜ່ານ​ມາ​ວ່າ ພວກ​ກະ​ບົດ​ໄດ້​ໂອ້​ລົມ​ກັບ​ສະ​ຫະ​ລັດ ໄດ້​ພາ​ໃຫ້​ມີ​ການ​ປ່ອຍ ພວກ​ຖືກ​ຈັບ​ເປັນຕົວ​ປະ​ກັນ​ຊາວ​ຕາ​ເວັນ​ຕົກ 2 ຄົນ ແລະ​ຈະ​ບໍ່​ມີ​ການ​ເປີດ​ການ​ເຈ​ລະ​ຈາ​ຄືນ​ອີກ.

ໃນ​ນັ້ນ ທ່ານ ຊາ​ມານ (Zaman) ໝາຍ​ເຖິງ​ອາ​ຈານ​ຄົນ​ອາ​ເມ​ຣິ​ກັນ​ຜູ້​ນຶ່ງ ແລະ​ເພື່ອນ​ຮ່ວມ​ງານຊາວອອ​ສ​ເຕ​ຣ​ເລຍ​ຂອງ​ເພິ່ນທີ່​ຖືກ​ລັກ​ພາ​ຕົວ​ໄປໃນ​ສາມ​ປີກວ່າ ຢູ່​ໃນ​ນະ​ຄອນ​ຫລັງ​ການ​ບູ​ລ.

ອ່ານ​ຂ​່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG