ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອັ​ຟ​ກາ​ນິ​ສ​ຖານ ຈັດ​ພິ​ທີ ສາ​ບານ​ຕົວ ໃຫ້ແກ່ ຜູ້​ນຳ​ 2 ​ທ່ານ ພ້ອມ​ກັນ ເພື່ອຂຶ້ນ ​ດຳ​ລົງ​ຕຳ​ແໜ່ງ ເປັນປະ​ທາ​ນາ​ທິ​ບໍ​ດີ​


ທ່ານ​ອາ​ສ​ຣາ​ຟ ກາ​ນີ (ກາງ) ​ແກ້​ເສື້ອ​ຄຸມ​ຂອງ​ທ່ານອອກ ຫຼັງ​ຈາກ​ລູກ​ຈະຫຼວດ ​ຕົກ​ຢູ່​ໃກ້ໆ ທ່ານໃນຂະ​ນະ​ທີ່​ທ່ານກ່າວ​ຄຳ​ປາ​ໄສ ຫຼັງ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ນະ​ຄອນຫຼວງກາ​ບູ​ລ ຂອງ​ອັ​ຟ​ກາ​ນິ​ສ​ຖານ, ວັນ​ຈັນ 9 ມ​ີ​ນາ 2020
ທ່ານ​ອາ​ສ​ຣາ​ຟ ກາ​ນີ (ກາງ) ​ແກ້​ເສື້ອ​ຄຸມ​ຂອງ​ທ່ານອອກ ຫຼັງ​ຈາກ​ລູກ​ຈະຫຼວດ ​ຕົກ​ຢູ່​ໃກ້ໆ ທ່ານໃນຂະ​ນະ​ທີ່​ທ່ານກ່າວ​ຄຳ​ປາ​ໄສ ຫຼັງ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ນະ​ຄອນຫຼວງກາ​ບູ​ລ ຂອງ​ອັ​ຟ​ກາ​ນິ​ສ​ຖານ, ວັນ​ຈັນ 9 ມ​ີ​ນາ 2020

ທ່ານ​ອາ​ສ​ຣາ​ຟ ກາ​ນີ ຜູ້​ທີ່​ໄດ້​ຖືກເລືອກ​ໃຫ້​ເປັນ​ປະ​ທາ​ນາ​ທິ​ບໍ​ດີແລະ​ຄູ່​ແຂ່ງຂອງ ​ທ່ານ ໃນ​ການ​ເລືອກ​ຕັ້ງ ຄື ທ່າ​ນ​ອັບ​ດູ​ລ​ລາ ອັບ​ດູ​ລ​ລາ ຜູ້​ທີ່ໄດ້​ຮັບ​ຄະ​ແນນ ເປັນ​ອັນ​ດັບ​ທີ​ສອງ ຕ່າງ​ກໍໄດ້ສາ​ບານ​ຕົວ​ ໃນ​ພິ​ທີ​ເຂົ້າ​ຮັບ​ຕຳ​ແໜ່ງ ໃນ​ວັນ​ຈັນວານນີ້ ອັນ​ເປັນ​ການ​ທະ​ວີ​ຄວາມ​ເຄັ່ງ​ຕຶງ​ທາງ​ການ​ເມືອງ ແລະຈະ​ເປັນ​ບັນ​ຫາ​ທ້າ​ທາຍໃໝ່ ຕໍ່​ຄວາມ​ພະ​ຍາ​ຍາມ​ໃນການ​ເຈ​ລະ​ຈາ​ສັນ​ຕິ​ພາບ ​ທີ່​ນຳ​ພາ​ໂດຍ​ສະ​ຫະ​ລັດ.

ໃນ​ເບື້ອງ​ຕົ້ນ ພິ​ທີ​ສາ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ​ຂອງທັງ​ສອງ​ຕ່າງ​ກໍໄດ້​ຖືກ​ເລື່ອນ ເວລາອອກ​ໄປ ຊຶ່ງ​ປາ​ກົດ​ວ່າ ໃຫ້​ສະ​ຫະ​ລັດ​ຫາ​ທາງແກ້​ໄຂວິ​ກິດ​ກ​ານ ທີ່​ສັບສົນ​ວຸ້ນ​ວາຍນີ້ ​ທາງ​ດ້ານ​ການ​ທູດ ເຖິງ​ຢ່າງ​ໃດ​ກໍ​ຕາມ ຫຼັງ​ຈາກບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຕໍ່​ມາ ການ​ສາ​ບານ​ຕົວ ກໍ​ໄດ້​ເລີ້​ມ​ຕົ້ນ​ຂຶ້ນ​.

ທ່ານ​ກາ​ນີ ​ໄດ້​ສາ​ບານ​ໂຕ ກ່ອນ​ເປັນ​ຜູ້​ທຳ​ອິດ ໃນ​ພິ​ທີ​ທີ່ມີ​ການ​ຖ່າຍ​ທອດ​ສົດ ບ່ອນ​ທີ່​ລວມ​ມີ​ບັນ​ດາ​ແຂກ​ຕ່າງ​ປະ​ເທດ​ອື່ນໆ​ເຂົ້າ​ຮ່ວມ ພ້ອມ​ດ້ວຍ ທູດ​ພິ​ເສດ ສະ​ຫະ​ລັດ ທ່ານ ຊາ​ລ​ເມ ຄາ​ລີ​ຊາດ ແລະ ຜູ້​ບັນ​ຊາ​ການກອງ​ກຳ​ລັງ​ນາໆ​ຊາດ​ຂອງ​ສະ​ຫະ​ລັດ ທ່ານ​ສະ​ກອ​ຕ ມີ​ເລີ.

ໃນ​ຂະ​ນະ​ທີ່ ທ່ານ​ການີ ມ້ວນ​ທ້າຍ​ຄຳ​ປາ​ໄສ​ຂອງ​ທ່ານ​ຢູ່ນັ້ນ ຈະຫຼວດ​ສີ່​ລູກ ໄດ້​ຕົກ​ລົງ​ຢູ່​ໃກ້ໆ​ບໍ​ລິ​ເວນ​ຂອງ​ທຳ​ນຽບ​ປະ​ທານ​າ​ທິ​ບໍ​ດີ. “ພວກ​ເຮົາ​ໄດ້​ເຫັນ​ການ​ໂຈມ​ຕີ​ທີ່​ໃຫຍ່ກວ່ານີ້. ບໍ່​ຕ້ອງ​ຢ້ານ ພຽງລະ​ເບີດ​ສອງ​ລູກ” ທ່ານ​ກາ​ນີ ໄດ້​ກ່າວ​ໄປ ໂດຍ​ປອບ​ໃຈບັນ​ດາ​ແຂກ​ມາ​ຮ່​ວມ​ໃນ​ພິ​ທີ ​ຜູ້​ທີ່​ຕື່ນ​ຕົກ​ໃຈ ​ແລ້ວ​ຂໍໃຫ້​ຢູ່​ໃນ​ບ່ອນ​ນັ່ງ​ຂອງ​ພວກ​ເພິ່ນຕໍ່​ໄປ.

ສ່ວນ​ທ່ານ​ອັບ​ດູ​ລາ ກໍ​ໄດ້​ສາ​ບານຕົວ ໃນ​ພິ​ທີ​ເຂົ້າ​ຮັບ​ຕຳ​ແໜ່ງ ​ຢູ່​ໃນ​ສຳ​ນັກ​ງານ​ຂອງ​ທ່ານ ເຊັ່ນ​ກັນ ໂດຍ​ທັງ​ສອງ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ຖືກ​ຖ່າຍ​ທອດ​ສົດ ​ຜ່ານ​ສະ​ຖາ​ນີ​ໂທ​ລະ​ພາບ​ຕ່າງໆ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ບາງ​ສະ​ຖາ​ນີ ໄດ້​ຖ່າຍ​ທອດ​ໃຫ້​ເຫັນ​ພາບພິ​ທີທັງ​ສອງພ້ອມ​ກັນ​ໃນ​ຈໍ​ໂທ​ລະ​ພາບ.

ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ທ້າຍ​ເດືອນ​ແລ້ວນີ້ ໄດ້​ປະ​ກາດ​ໃຫ້​ ທ່ານ​ກາ​ນີ ຜູ້​ທີ່​ດຳ​ລົງ​ຕຳ​ແໜ່ງ​ໃນ​ປັດ​ຈຸ​ບັນ ເປັນ​ຜູ້​ຊະ​ນະ ໃນ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ທີ່​ມີ​ແຕ່​ຄວາມ​ຂົມ​ຂື່ນ ເມື່ອ​ວັນ​ທີ 28 ກັນ​ຍາ​ຜ່ານ​ມາ.

ແຕ່ ທ່ານ​ອັບ​ດູ​ລ​ລາ ຜູ້​ທີ່​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຫົວ​ໜ້າ​ບໍ​ລິ​ຫານ ໄດ້​ປະ​ຕິ​ເສດ​ວ່າ ຜົນ​ການ​ເລືອກ​ຕັ້ງນັ້ນ ​ເປັນ​ການ​ສໍ້​ໂກງ ໂດຍ​ກ່າວ​ອ້າງວ່າ ທ່ານ​ແລະ​ທີມ​ງານ​ຂອງ​ທ່ານ ໄດ້​ຊະ​ນະ​ການ​ປ່ອນ​ບັດ ແລະ​ໄດ້​ຂົ່ມ​ຂູ່​ວ່າ ທ່ານ​ຈະ​ຈັດ​ຕັ້ງລັດ​ຖະ​ບານ​ຂອງ​ທ່ານ​ເອງ.

ໃນ​ວັນ​ຈັນ​ມື້ນີ້ ທ່ານ​ອັບ​ດູ​ລ​ລາ​ໄດ້​ຂຽນ​ຂໍ້​ຄວ​າມ​ລົງ​ໃນ​ທວີດ​ເຕີ ເຖິງ​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ດຳ​ເນີນ​ກາ​ນ​ຕໍ່​ໄປ​ຂອງ​ທ່ານ​ວ່າ “​ຜູ້​ໃດກໍ​ຕາມບໍ່​ຄວນ​ຕີ​ລາ​ຄາ​ຕ່ຳ​ເກີນໄປ​ກ່ຽວ​ກັບ​ຄ​ວາມ​ໝັ້ນ​ໝາຍ ເພື່ອ​ປະ​ຊາ​ທິ​ປະ​ໄຕ​ອັນ​ແທ້​ຈິງ​ຂອງ​ພວກ​ເຮົາ ແລະການ​ຕັດ​ສິນ​ໃຈ​ທີ່​ຈ​ະ​ຍຶດ​ໝັ້ນ​ໃນ​ການ​ປົກ​ຄອງ​ດ້ວຍ​ຕົວ​ບົດ​ກົດ​ໝາຍ. ປະ​ຫວັດຂອງ​ພວກ​ເຮົາ ​ກ່ຽວ​ກັບ​ການ​ປະ​ຕິ​ເສດ ​ແລະ​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວຂອງ​ພວກ​ເຮົາ ບໍ່​ຄວນ​ຖືກ​ນຳ​ມາ​ເປັນ​ສາ​ເຫດ ​ໃຫ້​ບຸກ​ຄົນ​ໃດ​ບຸກ​ຄົນ​ນຶ່ງ ບໍ່​ຖື​ສຳ​ຄັນ​ກ່ຽວ​ກັບພວກ​ເຮົາ. ການ​ປະ​ກາດ​ເປັນ​ໂມ​ຂະ​ກ່ຽວ​ກັບ​ການ​ສໍ້​ໂກງ​ໃນ​ການ​ປ່ອນ​ບັດທັງ​ໝົດ ແມ່ນ​ເປັນ​ທາງ​ອອກ!”

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG