ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອ​ັ​ຟ​ກາ​ນິ​ສ​ຖານ ສາ​ບານ ປ​ະ​ທາ​ນາ​ທິ​ບໍ​ດີ ສອງ​ຄົນ ເຂົ້າ​ດຳ​ລົງ​ຕຳ​ແໜ່ງ ​ໃນ​ວັນ​ດຽວ​ກັນ


ທ່ານ​ອາ​ສ​ຣາ​ຟ ກາ​ນີ ປະ​ທານ​າ​ທິ​ບໍ​ດີ ອ​ັ​ຟ​ກາ​ນິ​ສ​ຖານ, ກາງ, ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ຫຼັງ​ຈາກ​ທີ່​ໄດ້​ປ່ອນ​ບັດ ຢູ່​ທີ່​ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ ອາ​ມາ​ນີ ຢູ່​ໃກ້ໆ ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ນະ​ຄອນຫຼວງ​ກາ​ບູ​ລ ຂອງ​ອັ​ຟ​ກາ​ນິ​ສ​ຖານ, ໃນ​ວັນ​ເສົາ ທີ 28 ກັນ​ຍາ 2019.
ທ່ານ​ອາ​ສ​ຣາ​ຟ ກາ​ນີ ປະ​ທານ​າ​ທິ​ບໍ​ດີ ອ​ັ​ຟ​ກາ​ນິ​ສ​ຖານ, ກາງ, ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ຫຼັງ​ຈາກ​ທີ່​ໄດ້​ປ່ອນ​ບັດ ຢູ່​ທີ່​ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ ອາ​ມາ​ນີ ຢູ່​ໃກ້ໆ ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ນະ​ຄອນຫຼວງ​ກາ​ບູ​ລ ຂອງ​ອັ​ຟ​ກາ​ນິ​ສ​ຖານ, ໃນ​ວັນ​ເສົາ ທີ 28 ກັນ​ຍາ 2019.

ທ່ານ​ອາ​ສ​ຣາ​ຟ ກາ​ນີ ຜູ້​ທີ່​ໄດ້​ຖືກ​ໃຫ້​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ຄູ່​ແຂ່ງຂອງ​ທ່ານ ໃນ​ການ​ເລືອກ​ຕັ້ງ ຄື ທ່າ​ນ​ອັບ​ດູ​ລ​ລາ ອັບ​ດູ​ລ​ລາ ຜູ້​ທີ່ໄດ້​ຮັບ​ຄະ​ແນນ ເປັນ​ອັນ​ດັບ​ທີ​ສອງ ຕ່າງ​ກໍໄດ້ສາ​ບານ​ຕົວ​ ໃນ​ພິ​ທີ​ເຂົ້າ​ຮັບ​ຕຳ​ແໜ່ງ ໃນ​ວັນ​ຈັນ​ມື້ນີ້ ອັນ​ເປັນ​ການ​ທະ​ວີ​ຄວາມ​ເຄັ່ງ​ຕຶງ​ທາງ​ການ​ເມືອງ ແລະຈະ​ເປັນ​ບັນ​ຫາ​ທ້າ​ທາຍໃໝ່ ຕໍ່​ຄວາມ​ພະ​ຍາ​ຍາມ​ໃນການ​ເຈ​ລະ​ຈາ​ສັນ​ຕິ​ພາບ ​ທີ່​ນຳ​ພາ​ໂດຍ​ສະ​ຫະ​ລັດ.

ເຖິງ​ຢ່າງ​ໃດ​ກໍ​ຕາມ ໃນ​ເບື້ອງ​ຕົ້ນ ພິ​ທີ​ສາ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ​ຂອງທັງ​ສອງ​ຕ່າງ​ກໍໄດ້​ຖືກ​ເລື່ອນເວ​ລາອອກ​ໄປ ຊຶ່ງ​ປາ​ກົດ​ວ່າ ໃຫ້​ສະ​ຫະ​ລັດ​ຫາ​ທາງແກ້​ໄຂວິ​ກິດ​ກ​ານ ທີ່​ສັບສົນ​ວຸ້ນ​ວາຍນີ້ ​ທາງ​ດ້ານ​ການ​ທູດ​.

ທ່ານ​ກາ​ນີ ຈະ​ໄດ້​ສາ​ບານ​ໂຕ ກ່ອນ​ເປັນ​ຜູ້​ທຳ​ອິດ ໃນ​ພິ​ທີ​ທີ່ມີ​ການ​ຖ່າຍ​ທອດ​ສົດ ບ່ອນ​ທີ່​ລວມ​ມີ​ບັນ​ດາ​ແຂກ​ຕ່າງ​ປະ​ເທດ​ອື່ນໆ​ເຂົ້າ​ຮ່ວມ ພ້ອມ​ດ້ວຍ ທູດ​ພິ​ເສດ ສະ​ຫະ​ລັດ ທ່ານ ຊາ​ລ​ເມ ຄາ​ລີ​ຊາດ ແລະ ຜູ້​ບັນ​ຊາ​ການກອງ​ກຳ​ລັງ​ນາໆ​ຊາດ​ຂອງ​ສະ​ຫະ​ລັດ ທ່ານ​ສະ​ກອ​ຕ ມີ​ເລີ.

ແຕ່ ທ່ານ​ອັບ​ດູ​ລ​ລາ ຜູ້​ທີ່​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຫົວ​ໜ້າ​ບໍ​ລິ​ຫານ ໄດ້​ປະ​ຕິ​ເສດ​ວ່າ ຜົນ​ການ​ເລືອກ​ຕັ້ງນັ້ນ ​ເປັນ​ການ​ສໍ້​ໂກງ ໂດຍ​ກ່າວ​ອ້າງວ່າ ທ່ານ​ແລະ​ທີມ​ງານ​ຂອງ​ທ່ານ ໄດ້​ຊະ​ນະ​ການ​ປ່ອນ​ບັດ ແລະ​ໄດ້​ຂົ່ມ​ຂູ່​ວ່າ ທ່ານ​ຈະ​ຈັດ​ຕັ້ງລັດ​ຖະ​ບານ​ຂອງ​ທ່ານ​ເອງ.

ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ທ້າຍ​ເດືອນ​ແລ້ວນີ້ ໄດ້​ປະ​ກາດ​ໃຫ້​ ທ່ານ​ກາ​ນີ ຜູ້​ທີ່​ດຳ​ລົງ​ຕຳ​ແໜ່ງ​ໃນ​ປັດ​ຈຸ​ບັນ ເປັນ​ຜູ້​ຊະ​ນະ ໃນ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ທີ່​ມີ​ແຕ່​ຄວາມ​ຂົມ​ຂື່ນ ເມື່ອ​ວັນ​ທີ 28 ກັນ​ຍາ​ຜ່ານ​ມາ.

ໃນ​ວັນ​ຈັນ​ມື້ນີ້ ທ່ານ​ອັບ​ດູ​ລ​ລາ​ໄດ້​ຂຽນ​ຂໍ້​ຄວ​າມ​ລົງ​ໃນ​ທວີດ​ເຕີ ເຖິງ​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ດຳ​ເນີນ​ກາ​ນ​ຕໍ່​ໄປ​ຂອງ​ທ່ານ​ວ່າ “​ຜູ້​ໃດກໍ​ຕາມບໍ່​ຄວນ​ຕີ​ລາ​ຄາ​ຕ່ຳ​ເກີນໄປ​ກ່ຽວ​ກັບ​ຄ​ວາມ​ໝັ້ນ​ໝາຍ ເພື່ອ​ປະ​ຊາ​ທິ​ປະ​ໄຕ​ອັນ​ແທ້​ຈິງ​ຂອງ​ພວກ​ເຮົາ ແລະການ​ຕັດ​ສິນ​ໃຈ​ທີ່​ຈ​ຂະ​ຍຶດ​ໝັ້ນ​ໃນ​ການ​ປົກ​ຄອງ​ດ້ວຍ​ຕົວ​ບົດ​ກົດ​ໝາຍ. ປະ​ຫວັດຂອງ​ພວກ​ເຮົາ ​ກ່ຽວ​ກັບ​ການ​ປະ​ຕິ​ເສດ ​ແລະ​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວຂອງ​ພວກ​ເຮົາ ບໍ່​ຄວນ​ຖືກ​ນຳ​ມາ​ເປັນ​ສາ​ເຫດ ​ໃຫ້​ບຸກ​ຄົນ​ໃດ​ບຸກ​ຄົນ​ນຶ່ງ ບໍ່​ຖື​ສຳ​ຄັນ​ກ່ຽວ​ກັບພວກ​ເຮົາ. ການ​ປະ​ກາດ​ເປັນ​ໂມ​ຂະ​ກ່ຽວ​ກັບ​ການ​ສໍ້​ໂກງ​ໃນ​ການ​ປ່ອນ​ບັດ​ທັງ​ໝົດ
ແມ່ນ​ເປັນ​ທາງ​ອອກ!”

ທ່ານ​ກາ​ນີ ແລະ ທ່ານ​ອັບ​ດູ​ລ​ລາ ທັງ​ສອງ​ໄດ້​ຖືກ​ຕ້ອງ​ຕິ​ຢ່າງ​ໜັກ​ຈາກ​ບັນ​ດາ​ນັກ​ການ​ເມືອງ​ ແລະ​ມະ​ຫາ​ຊົນ​ທັງຫຼາຍ ຜູ້​ທີ່​ໄດ້​ພາ​ກັນ​ສະ​ແດງ​ຄວາມ​ຄິດ​ເຫັນທີ່​ບໍ່​ພໍ​ອົກ​ພໍ​ໃຈ​ຂອງ​ພວກ​ເຂົາ​ເຈົ້າ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG