ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການສຳຫລວດຢູ່ອັຟການິສຖານ


ທະຫານຂອງກຳລັງນາໆຊາດ ຜູ້ນຶ່ງທີ່ກຳລັງປະຕິບັດງານ ຢູ່ອາຟການິສຖານ
ທະຫານຂອງກຳລັງນາໆຊາດ ຜູ້ນຶ່ງທີ່ກຳລັງປະຕິບັດງານ ຢູ່ອາຟການິສຖານ

ກຸ່ມຊ່ຽວຊານນະໂຍບາຍຕ່າງປະເທດກຸ່ມນຶ່ງກ່າວວ່າ ພວກ
ຜູ້ຊາຍສ່ວນໃຫຍ່ໃນ 2 ແຂວງພາກໃຕ້ຂອງອັຟການິສຖານ
ບໍ່ໄດ້ຮູ້ເລື່ອງຫຍັງເລີຍ ກ່ຽວກັບການໂຈມຕີຂອງພວກກໍ່ການ
ຮ້າຍໃນສະຫະລັດ ເມື່ອວັນທີ 11 ກັນຍາປີ 2001 ທີ່ພາ
ໃຫ້ມີການບຸກລຸກເຂົ້າໄປໃນອັຟການິສຖານພາຍໃຕ້ການນຳ
ພາຂອງສະຫະລັດນັ້ນ.

ສະພາວ່າດ້ວຍຄວາມໝັ້ນຄົງແລະການພັດທະນານາໆຊາດ
ຫຼື ICOS ກ່າວວ່າ 92% ຂອງພວກຜູ້ຊາຍ 1,000 ຄົນ
ທີ່ຖືກສຳພາດຢູ່ແຂວງ Helmandແລະແຂວງ Kandahar
ບໍ່ຮູ້ຈັກເລື່ອງຫຍັງເລີຍກ່ຽວ ກັບການໂຈມຕີທີ່ເປັນສາເຫດ
ພາໃຫ້ເຂົ້າ ໄປມີໜ້າຢູ່ໃນອັຟການິສຖານ.

ແຂວງທັງສອງເປັນບ່ອນທີ່ມີການສູ້ລົບກັນດຸເດືອດທີ່ສຸດລະຫວ່າງກຳລັງຕ່າງປະເທດແລະ
ພວກທາລີບານ ທີ່ຖືກຂັບໄລ່ອອກຈາກອຳນາດ ໂດຍການບຸກລຸກພາຍໃຕ້ການນຳພາ
ຂອງສະຫະລັດໃນທ້າຍປີ 2001ໃນຖານະລັດຖະບານອັຟການິສຖານໃນເວລານັ້ນ.

ການຄົ້ນຄວ້າຂອງອົງການ ICOS ຍັງແຈ້ງໃຫ້ຊາບວ່າ 40% ຂອງພວກທີ່ຖືກສອບ ຖາມຢູ່ໃນພາກໃຕ້ອັຟການິສຖານເຊື່ອວ່າ ກຳລັງນາໆຊາດເຂົ້າໄປໃນອັຟການິສຖານ
ເພື່ອທຳລາຍສາສະໜາອິສລາມ ຫຼືບໍ່ກໍຢຶດຄອງຫຼືທຳລາຍອັຟການິສຖານ.

XS
SM
MD
LG