ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກການທູດ ປະຊຸມກັນກ່ຽວກັບ ເລື່ອງອັຟການິສຖານ ທີ່ປະເທດເທີກີ


ກອງປະຊຸມໃຫຍ່ທີ່ປະເທດເທີກີ
ກອງປະຊຸມໃຫຍ່ທີ່ປະເທດເທີກີ

ພວກນັກການທູດກໍາລັງໄປເຕົ້າໂຮມກັນສໍາລັບກອງປະຊຸມໃຫຍ່ທີ່ປະເທດເທີກີ ທີ່ແນໃສ່ ຄວາມໝັ້ນຄົງໃນອະນາຄົດແລະການພັດທະນາເສດຖະກິດໃນອັຟການີສຖານ ໃນຂະນະ
ທີ່ ກໍາລັງທະຫານຕ່າງປະເທດພວມກະກຽມທີ່ຈະຖອນອອກຈາກອັຟການີສຖານ ໃນທ້າຍ
ປີ 2014 ນັ້ນ.

ການເຈລະຈາກັນເມື່ອວັນພຸດມື້ນີ້ ມີໂຮມທັງພວກເຈົ້າໜ້າທີ່ຈາກ 14 ປະເທດໃນຂົງເຂດ ພ້ອມທັງພວກຜູ້ຕາງໜ້າຈາກປະເທດຕາເວັນຕົກ ທີ່ປະກອບສ່ວນໃນການປະຕິບັດງານ ຂອງກຸ່ມເນໂຕ້ໃນອັຟການີສຖານ.

ພວກເຈົ້າໜ້າທີ່ຈະປຶກສາຫາລືກັນກ່ຽວກັບດ້ານຄວາມໝັ້ນຄົງຢູ່ໃນຂົງເຂດແລະການຮ່ວມ
ມືກັນ ພ້ອມທັງຄວາມພະຍາຍາມຂອງຊາວອັຟການີສຖານ ທີ່ຈະທຳການແກ້ໄຂບັນຫາ ດ້ານການເມືອງທີ່ດຳເນີນມາໄດ້ດົນເຖິງສິບປີແລ້ວນັ້ນ.

ພວກນັກການທູດບາງຄົນ ພາກັນບໍ່ໝັ້ນໃຈກັບຄວາມຄາດໝາຍສໍາລັບກອງປະຊຸມຄັ້ງນີ້
ປານໃດ.

ການປະຊຸມດັ່ງກ່າວນີ້ມີຂຶ້ນມື້ນຶ່ງຫລັງຈາກການພົບປະສຸດຍອດກັບທ່ານ ຮາມິດ ກາຊາຍ ປະທານາທິບໍດີອັຟການີສຖານ ຄູ່ຕໍາແໜ່ງຝ່າຍປາກີສຖານຂອງທ່ານ ທ່ານ Asif Ali
Zardari ແລະທ່ານ Abdullah Gul ປະທານາທິບໍດີເທີກີ.

ເວລານີ້ມີກໍາລັງທະຫານຂອງຕ່າງປະເທດຈໍານວນຫລາຍກວ່າ 130,000 ຄົນຢູ່ໃນອັຟກາ
ນີສຖານ ຊຶ່ງສ່ວນໃຫຍ່ແມ່ນຈາກສະຫະລັດ. ກຸ່ມເນໂຕ້ມີແຜນການຈະມອບໂອນ ການ ຄວບຄຸມທາງຄວາມໝັ້ນຄົງທັງໝົດໃຫ້ແກ່ກໍາລັງຂອງອັຟການີສຖານພາຍໃນທ້າຍປີ 2014.

XS
SM
MD
LG