ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອັຟການີສຖານ ທັບມ້າງ ແຜນການໂຈມຕີ ສະລະຊີບ ຂອງພວກຕາລີບານ


ແຜນທີ່ປະເທດອັຟການິສຖານ
ແຜນທີ່ປະເທດອັຟການິສຖານ

ບັນດາ​ເຈົ້າໜ້າ​ທີ່​ສືບ​ລັບ​ອັຟກາ​ນີສຖານ​ເວົ້າ​ວ່າ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ ໄດ້​ຈັບ​ກຸມ​ພວກ
​ຫົວ​ຮຸນ​ແຮງ​ ຫ້າ​ຄົນ ທີ່ວາງ​ແຜນ​ຈະ​ທໍາ​ການ​ໂຈມ​ຕີ ສະຫຼະ​ຊີບ​ຫຼາຍໆ​ບັ້ນ ​ໃນ​ນະຄອນຫຼວງ
​ກາ​ບູລ​.

​ເຈົ້າໜ້າ​ທີ່​ກ່າວ​ໃນ​ວັນ​ອາທິດມື້​ນີ້​ວ່າ ພວກ​ຫົວ​ຮຸນ​ແຮງ​ກໍາລັງ​ວາງ​ແຜນການຂັ້ນ​ສຸດ​ທ້າຍຂອງ​
ພວກ​ເຂົາ ​ເພື່ອທໍາ​ການ​ໂຈມ​ຕີສະພາ​ແລະ​ບ້ານ​ພັກ​ຂອງ​ຮອງ​ປະທານາທິບໍດີ Mohammad Karim Khalili.

​ເຈົ້າໜ້າ​ທີ່​ກ່າວ​ອີກ​ວ່າ ພວກ​ຫົວ​ຮຸນ​ແຮງ​ຄົນ​ນຶ່ງ ​ເປັນ​ຊາວ​ປາ​ກີ​ສຖານ. ອັຟກາ​ນີສຖານໄດ້​ກ່າວ​
ຫາ​ປາ​ກີ​ສຖານ​ມາ​ດົນ​ນານ​ແລ້ວວ່າ​ ​ໃຫ້​ບ່ອນພັກ​ພິງ​ແກ່​ພວກ​ຫົວ​ຮຸນ​ແຮງມຸສລິ​ມ​ຕາ​ລິ​ບານ
ທີ່ມີ​ຄວາມ​ໝາຍ​ໝັ້ນ​ທີ່​ຈະ​ໂຄ່ນ​ລົ້ມລັດຖະບານ​ຂອງປະທານາທິບໍດີ ຮາ​ມິດ ກາ​ຊາຍ ທີ່ໄດ້
​ຮັບ​ການໜຸນ​ຫຼັງຈາກ​ກຸ່ມ​ປະເທດ​ຕາ​ເວັນ​ຕົກນັ້ນ.

​ເຈົ້າໜ້າ​ທີ່​ກ່າວ​ອີກ​ວ່າ ພວກ​ຫົວ​ຮຸນ​ແຮງ ມີ​ເຄຶ່ອງ​ແບບ​ຂອງ​ກອງທັບອັຟ ກາ​ນີສຖານ ຊຸກ
​ເຊື່ອງ​ໄວ້​ ພ້ອມ​ກັບ​ເສື້ອໃສ່ລະ​ເບີດ​ສະຫຼະ​ຊີບ​ແລະອາວຸດ. ນອກ​ນັ້ນ​ແລ້ວ ກໍຍັງ​ມີ​ບັດ​ປະ​ຈໍາ
​ຕົວ​ຂອງ​ຊາວ​ປາ​ກີ​ສຖານ ​ແລະ ໝາຍ​ເລກ​ໂທລະສັບອີກ.

ຢູ່​ແຫ່ງ​ອື່ນໃນ​ອັຟກາ​ນິສຖານ​ນັ້ນ ​ໂຄສົກ​ແຂວງ Laghman ທາງ​ພາກ​ຕາ​ເວັນ​ອອກ​ຂອງປະ
​ເທດ​ເວົ້າ​ວ່າ ລະ​ເບີດ​ແຄມ​ທາງ​ລູກ​ນຶ່ງໄດ້​ສັງຫານເຈົ້າເມືອງ​ໆ Alishang ​ແລະ​ອາລັກຂາ​ຂອງ​ ທ່ານ ​ອີກ​ສາມ​ຄົນ.

​ໃນ​ອີກ​ເຫດການ​ນຶ່ງ​ນັ້ນ ​ເຈົ້າໜ້າ​ທີ່​ຕໍາຫຼວດ​ອັຟກາ​ນີສຖານ 11 ຄົນ​ຖືກ​ຂ້າ​ຕາຍ​ເມື່ອ​ວັນ​ເສົາ
​ວານນີ້ ທີ່​ແຂວງ Nimroz ​ໃນພາກ​ຕາ​ເວັນ​ຕົກ​ຂອງ​ອັຟກາ​ນີສຖານ ​ຊຶ່ງ​ເຫດການ​ເກີດຂຶ້ນ​ເວລາ
​ເພື່ອນ​ຮ່ວມ​ງານ​ຄົນ​ນຶ່ງ ທີ່​ເຊື່ອ​ວ່າ​ເປັນ​ສະມາຊິກ​ຕາ​ລິ​ບານ​ແຊກ​ແຊງ​ເຂົ້າ​ມາ ​ໄດ້​ເປີດ​ສາກ​ຍິງ​ໃສ່
​ເຂົາ​ເຈົ້າ. ​ເຈົ້າໜ້າ​ທີ່​ກ່າວ​ວ່າ ຜູ້​ໂຈມ​ຕີ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ການ​ຍິງ​ສູ້​ກັນ​ໃນ​ເວລາ​ຕໍ່​ມາ.

XS
SM
MD
LG