ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

​ຜູ້ໂຈມ​ຕີ ​ດ້ວຍ​ລະ​ເບີດ​ສະຫຼະ​ຊີບ ສັງ​ຫານ​ຕຳຫຼວດ ຢ່າງ​ໜ້ອຍ 6 ​ຄົນ​ ໃນ​ແຂວງ​ແຮ​ລ​ມານ ຂອງອັ​ຟ​ກາ​ນິ​ສ​ຖານ


ແຜນ​ທີ່ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ສະ​ແດງ​ໃຫ້​ເຫັນ ເຂດແຊນ​ຈິນ
ແຜນ​ທີ່ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ສະ​ແດງ​ໃຫ້​ເຫັນ ເຂດແຊນ​ຈິນ

​ມືລະ​ເບີດ​ສະ​ຫລະ​ຊີບຄົນ​ນຶ່ງ ໄດ້​ບີບ​ຂະ​ນວນ​ລະ​ເບີດ​ ທີ່​ໄດ້​ຖືກວາງ​ໃນ​ລົດ ເມື່ອຕອນ​ແລງ ​ວັນ​ເສົາ​ວານນີ້ ຢູ່​ຕໍ່​ໜ້າ ກົມ​ຕຳຫຼວດ ໃນ​ພາກ​ໃຕ້​ຂອງ​ອັ​ຟ​ກາ​ນິ​ສ​ຖານ ທີ່​ໄດ້​ສັງ​ຫານ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ​ຢ່າງ​ໜ້ອຍ 6 ຄົນ.

ຜູ້​ໂຈມ​ຕີ​ດັ່ງ​ກ່າວ ໄດ້​ໃຊ້​ລົດ​ທະ​ຫານ Humvee ແລະ ແຮງ​ລະ​ເບີດ ໄດ້​ສັ່ນ​ສະ​ເທືອນ​ເມືອງ ເກ​ເຣັ​ຊ​ຄ໌ ຢູ່​ໃນ​ແຂວງ ແຮ​ລ​ມັນ ທີ່​ງຽບ​ສະ​ງົບ ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອັ​ຟ​ກາ​ນິ​ສ​ຖານ​ຕໍ່​ວີ​ໂອ​ເອ.

ທ່ານ ອິ​ສ​ແມ​ລ ຄ໌​ພາ​ລ​ວາກ ຜູ້​ບັນ​ຊາ​ການ​ຕຳຫຼວດ​ແຂວງ​ແຮ​ລ​ມານ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ວ່າ “ເປົ້າ​ໝາຍ​ການ​ໂຈມ​ຕີ ຂອງ​ມື​ລະ​ເບີດສະຫຼະ​ຊີບ ແມ່ນ​ຕະຫຼາດ​ໃຫຍ່ ຂອງ​ເມືອງ​ເກ​ເຣັ​ຊ​ຄ໌. ມື​ລະ​ເບີດ​ຢາກກໍ່​ເຫັດ​ການນອງ​ເລືອດ ແຕ່​ໄດ້​ກົດ​ຂະ​ນວນ​ລະ​ເບີດ 6 ລູກ​ຂອງ​ລາວ ຫຼັງ​ຈາກ​ທີ່ ຖືກ​ພົບ​ເຫັນ​ກ່ອນ ໂດຍ​ຕຳຫຼວດ.”

ທ່ານ​ໄດ້​ກ່າວ​ຕື່ມ ວ່າ “ຕຳຫຼວດ​ຂອງ​ພວກ​ເຮົາ 6 ຄົນ ໄດ້​ເສຍ​ຊີ​ວິດ ແລະຂົວ​ແຫ່ງ​ນຶ່ງ ກໍ​ໄດ້​ຮັບ​ຄວາມ​ເສຍຫາຍ​ສ່ວນ​ນຶ່ງ.”

ໂຄ​ສົກ​ຂອງ​ກຸ່ມ​ຕ​າ​ລີ​ບານ ໄດ້​ກ່າວ​ໃນ​ທວີ​ເຕີ້ ​ວ່າ ກຸ່ມ​ຕາ​ລີ​ບານ ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ສຳ​ລັບ​ການ​ໂຈມ​ຕີ​ດັ່ງ​ກ່າວ ໂດຍກ່າວຖະ​ແຫລງ​ວ່າ “ຖານ​ທັບ​ຂອງ​ສັດ​ຕູ” ໄດ້​ຖືກ​ທຳ​ລາຍ ແລະພວກ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ ຫຼາຍກວ່າ 1​2 ຄົນ ໄດ້​ຖືກ​ສັງ​ຫານ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG