ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທະຫານ ອັຟການິສຖານ 5 ຄົນ ເສຍຊີວິດ ໃນການໂຈມຕີ ທາງອາກາດ ຂອງເນໂຕ້


ແຜນທີ່ ອັຟການິສຖານ
ແຜນທີ່ ອັຟການິສຖານ
ການໂຈມຕີທາງອາກາດຂອງກຸ່ມເນໂຕ້ ໄດ້ສັງຫານທະຫານອັຟ
ການິສຖານ 5 ຄົນ ແລະບາດເຈັບອີກ ຢ່າງໜ້ອຍ 8 ຄົນ ໃນເຊົ້າ
ວັນພະຫັດມື້ນີ້ທີ່ແຂວງ Logar ໃນພາກຕາເວັນອອກຂອງອັຟກາ
ນິສຖານ.

ໂຄສົກຍິງປະຈຳກອງກຳລັງນາໆຊາດພາຍໃຕ້ການນຳພາຂອງ ສະຫະລັດໃນອັຟການິສຖານ ກ່າວວ່າ ພວກທະຫານເຫຼົ່ານີ້ຖືກ
ສັງຫານໂດຍບັງເອີນໃນລະຫວ່າງການອອກປະຕິບັດງານທາງ
ທະຫານບັ້ນນຶ່ງ.

ໂຄສົກທ່ານນີ້ຍັງເວົ້າຕືມວ່າ ການສອບສວນສືບສວນພວມດຳເນີນໄປໃນເວລານີ້ເພື່ອຢາກ ຮູ້ສາເຫດ ທີ່ພາໃຫ້ເກີດເຫດຮ້າຍດັ່ງກ່າວ ແລະໄດ້ສົ່ງ ຄວາມໂສກເສົ້າເສຍໃຈ ໄປຍັງພວກ ຄອບຄົວຂອງພວກທະຫານທີ່ເສຍຊີວິດໄປນັ້ນ.

ເວລານີ້ ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ແມ່ນພວກອາວຸດຊະນິດໃດ ທີ່ໄດ້ໃຊ້ ໃນການໂຈມຕີ ທາງອາກາດ ຫຼືເປົ້າໝາຍໃດແດ່ ທີ່ຖືກໂຈມຕີນັ້ນ.

ບັນດາເຈົ້າໜ້າທີ່ປະຈຳແຂວງ Logar ກ່າວວ່າ ພວກເຂົາເຈົ້າຈະພົບປະກັນໃນແລງວັນພະ ຫັດມື້ນີ້ ເພື່ອຕັດສິນໃຈກ່ຽວກັບການຕອບໂຕ້ຢ່າງເປັນທາງການ ຂອງພວກເຂົາເຈົ້າ.

ການໂຈມຕີດັ່ງກ່າວ ມີຂຶ້ນທ່າມກາງທີ່ສາຍພົວພັນລະຫວ່າງສະຫະລັດແລະປະທານາທິບໍດີ Hamid Karzai ແຫ່ງອັຟການິສຖານຢູ່ໃນລະດັບຕໍ່າ ທີ່ໄດ້ຕຳໜິຕິຕຽນການໂຈມຕີທາງອາ
ກາດຕ່າງໆ ທີ່ໄດ້ສັງຫານປະຊາຊົນອັຟການິສຖານໄປແລ້ວນັ້ນ.

ປະທານາທິບໍດີ Karzai ທີ່ກຳລັງທຳການຢ້ຽມຢາມສີລັງກາຢ່າງເປັນການໃນເວລານີ້ບໍ່ໄດ້ ກ່າວຖ້ອຍຖະແຫຼງໃດໆອອກມາ ກ່ຽວກັບການໂຈມຕີທາງອາກາດຄັ້ງນີ້.

ບັນດາເຈົ້າໜ້າທີ່ສະຫະລັດ ກ່າວວ່າ ຖ້າທ່ານ Karzai ບໍ່ເຫັນດີນຳໃນໄວໆນີ້ ໃນຂໍ້ຕົກລົງ ທີ່ໄດ້ຊັກຊ້າມາເປັນເວລາດົນນານກ່ຽວກັບການມີໜ້າຂອງທະຫານອາເມຣິກັນແລ້ວພວກ ທະຫານສະຫະລັດທັງໝົດ ຈະຖອນອອກຈາກອັຟການິສຖານໄປພາຍໃນເດືອນທັນວາປີ
ນີ້.

ທ່ານ Karzai ກຳນົດຈະພົ້ນຈາກຕຳແໜ່ງຫຼັງຈາກການເລືອກຕັ້ງທົ່ວໄປໃນວັນທີ 5 ເມສາ ຈະມານີ້.
XS
SM
MD
LG