ອົງການເນໂຕ້ກ່າວວ່າ ຕົນກຳລັງສືບສວນເບິ່ງວ່າທະຫານ
ຂອງກອງທັບແຫ່ງຊາດອັຟການິສຖານຄົນນຶ່ງໄດ້ສັງຫານ
ທະຫານຂອງກຳລັງປະສົມຫຼາຍໆຄົນ ໃນພາກໃຕ້ອັຟກາ
ນິສຖານຫຼືບໍ່.
ອົງການເນໂຕ້ກ່າວວ່າ ຕົນກຳລັງທຳການສືບສວນຮ່ວມ
ກັບລັດຖະບານອັຟການິສຖານ ເພື່ອພິຈາລະນາເບິ່ງວ່າ
ທະຫານຂອງກຳລັງປະສົມເສຍຊີວິດແບບໃດໃນວັນສຸກ
ວານນີ້ທີ່ຄ້າຍທະຫານແຫ່ງນຶ່ງຢູ່ທີ່ເມືອງ Sangin ໃນ
ແຂວງ Helmand.
ພວກທາລີີບານກ່າວວ່າ ທະຫານອັຟການິສຖານຄົນນຶ່ງ ໄດ້ຍິງສັງຫານທະຫານອົງການ
ເນໂຕ້ຢ່າງນ້ອຍ 2 ຄົນ ແລະຫຼັງຈາກນັ້ນກໍໂຕນໄປເຂົ້າກັບຝ່າຍຕົນ.
ທະຫານຂອງອົງການເນໂຕ້ ຢູ່ຄ້າຍບ່ອນດຽວກັນກັບທະຫານອັຟການິສຖານດັ່ງນັ້ນຈຶ່ງເຮັດ
ໃຫ້ກຳລັງປະສົມ ມີຄວາມຫຼໍ່ແຫຼມຕໍ່ການຖືກໂຈມຕີຈາກພວກແຊກຊຶມ.
ຂະນະດຽວກັນ ນາຍົກລັດຖະມົນຕີສະເປນ ຊຶ່ງກຳລັງຢູ່ໃນລະຫວ່າງການຢ້ຽມຢາມພາກ
ຕາເວັນຕົກຂອງອັຟການິສຖານແບບບໍ່ໄດ້ມີການປະກາດໃຫ້ຊາບລ່ວງໜ້ານັ້ນກ່າວໃນວັນ
ເສົາມື້ນີ້ວ່າ ທະຫານຂອງສະເປນບໍ່ແມ່ນຈະຢູ່ໃນອັຟການິສຖານຢ່າງເປັນການຖາວອນ.